Vientiane Times Lao
ປີນີ້ສະຖາບັນຂົງຈືຈະຮັບນັກສຶກສາ ພຽງແຕ່ 800 ຄົນ

ປີນີ້ສະຖາບັນຂົງຈືຈະຮັບນັກສຶກສາ ພຽງແຕ່ 800 ຄົນ

ສະຖາບັນຂົງຈືປະກາດຮັບສະໝັກຮັບເອົານັກສຶກສາຊຸດທີ 20 ແຕ່ວັນທີ 16-20 ກຸມພາ 2020 ດ້ວຍການສະໝັກອອນລາຍ ຜ່ານເວັບໄຊ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ມີນັກສຶກສາສະໝັກເຖິງ 1.567 ຄົນ, ແຕ່ສະຖາບັນຈະຮັບພຽງ 800 ຄົນ ເທົ່ານັ້ນ.

ອາຈານ ຄຳຮຸ່ງ ຈັນທະວົງ ຮອງອຳນວຍການ ສະຖາບັນຂົງຈື ໄດ້ໃຫ້ສຳພາດມື້ນີ້ວ່າ ສະຖາບັນສາມາດຮັບນັກສຶກສາໄດ້ພຽງ 800 ຄົນ ເນື່ອງຈາກຈໍານວນ ອາຈານຄົນຈີນ ໄດ້ຫຼຸດລົງຍ້ອນໝົດວາລະປະຈໍາຢູ່ສະຖາບັນ. ປີນີ້ ມີພຽງ 31 ຄົນ ຈາກ 35 ຄົນ ໃນປີຜ່ານມາ.

ນັກສຶກສາຊຸດທີ 20 ຈະເລີ່ມຮຽນ ໃນວັນຈັນ ວັນທີ 2 ມີນາ 2020 ນີ້.

ຂ່າວ: ວຽງດາວັນ

ພາບ: ວຽງດາວັນ

Related Articles

Leave a Reply