Vientiane Times Lao
ເສັ້ນທາງເປ່ເພໃນເທດສະບານເມືອງວັງວຽງຈະໄດ້ຮັບການສ້ອມແປງໃນປີນີ້

ເສັ້ນທາງເປ່ເພໃນເທດສະບານເມືອງວັງວຽງຈະໄດ້ຮັບການສ້ອມແປງໃນປີນີ້

ລັດຖະບານລາວ ຈະໃຊ້ງົບປະມານ 20 ລ້ານດອນລາ ສະຫະລັດ ເພື່ອປັບປຸງເສັ້ນທາງທີ່ເປ່ເພໃນເທດສະບານ ເມືອງວັງວຽງ ໃຫ້ສວຍງາມ ແລະ ສະດວກສະບາຍໃນການສັນຈອນເຊິ່ງຄາດຈະຈັດຕັ້ງປະຕິບັດໃນປີນີ້ ແລະ ສໍາເລັດ ປີ 2023.

ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ ໄດ້ເປີດເຜີຍໃນເມື່ອບໍ່ດົນມານີ້ວ່າ ການກໍ່ສ້າງທາງຈະໃຊ້ງົບປະມານ 20 ລ້ານດອນລາສະຫະລັດ ຊຶ່ງສ່ວນໜຶ່ງຂອງງົບປະມານ ລັດຖະບານຈະໄດ້ກູ້ຢືມຈາກຕ່າງປະເທດ.

ປະຈຸບັນ ພະແນກ ກ່ຽວຂ້ອງກໍາລັງເລັ່ງສໍາຫຼວດ ແລະ ເກັບກຳຂໍ້ມູນກ່ຽວກັບເສັ້ນທາງ ເປ່ເພ ພາຍໃນເທດສະບານເມືອງວັງວຽງ ຊຶ່ງຄາດວ່າຈະໃຫ້ໄດ້ລົງມືຈັດຕັ້ງປະຕິບັດພາຍ ໃນປີນີ້ ແລະ ຈະໃຫ້ສໍາເລັດພາຍໃນປີ 2023.

ທ່ານ ຄໍາພັນ ໄດ້ກ່າວຕື່ມວ່າ: ຈຸດປະສົງຫຼັກຂອງການປັບປຸງພື້ນຖານໂຄງລ່າງດັ່ງກ່າວ ກໍ່ເພື່ອແນໃສ່ເຮັດໃຫ້ ເມືອງວັງວຽງ ມີໃບໜ້າໃໝ່ທີ່ສວຍງາມກວ່າເກົ່າ ແລະ ມີຄວາມສະອາດງາມຕາ ສາມາດດງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ຫລາຍຊຶ່ງໄລ ຍະທີ່ຜ່ານມາ ທາງອໍານາດການປົກຄອງເມືອງວັງວຽງກໍ່ໄດ້ ແກ້ໄຂບັນຫາເລື່ອງອາ ຫານທີ່ແພງມາແລ້ວ ເພື່ອລົບຫາງສຽງຈົ່ມວ່າຈາກສັງຄົມ ທີ່ວ່າລາຄາອາຫານແພງຫຼາຍຢູ່ເມືອງວັງວຽງ. ອາຫານແພງອາດເປັນສ່ວນໜຶ່ງທີ່ເຮັດໃຫ້ຕົວເລກນັກທ່ອງທ່ຽວຫຼຸດລົງຢູ່ ເມືອງ ວັງວຽງ.

ຂ່າວ: ວຽງຈັນທາຍ

ພາບ: ພູນຊັບ 

Related Articles

Leave a Reply