ອົດສະຕຣາລີຊ່ວຍ ພັດທະນາການສຶກສາຢູ່ ແຂວງຫຼວງນ້ຳທາ

ອົດສະຕຣາລີຊ່ວຍ ພັດທະນາການສຶກສາຢູ່ ແຂວງຫຼວງນ້ຳທາ

ຄະນະຜູ້ແທນນຳໂດຍ ທ່ານ ປອ. ວົງເພັດ ອຸດົມລິດ ຜູ້ອຳນວຍການ ສວສ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ທ່ານ ໄມໂຄ ຄາຣີ ເລຂາເອກສະຖານທູດອົດສະຕຣາລີ ໄດ້ລົງພື້ນທີ່ແຂວງຫຼວງນ້ຳທາ ເພື່ອຕິດຕາມການນຳໃຊ້ສື່ການສອນ “ຝຶກເວົ້າພາສາລາວ” ສຳລັບນັກຮຽນ ປ.1.

ທ່ານ ໄມໂຄ ຄາຣີ ກ່າວວ່າ: ປະມານ 40% ຂອງນັກຮຽນໃນລາວ ແມ່ນເດັກທີ່ເວົ້າພາສາເຜົ່າ ດັ່ງນັ້ນ ການສົ່ງເສີມການຮຽນພາສາລາວຕັ້ງແຕ່ຂັ້ນເລີ່ມຕົ້ນ ຈຶ່ງເປັນການລົງທຶນທາງການສຶກສາທີ່ສຳຄັນ ເພື່ອໃຫ້ເດັກທຸກຄົນ ສາມາດເຂົ້າເຖິງການຮຽນຢ່າງເທົ່າທຽມ ແລະ ມີຄຸນນະພາບ.

ຜົນຈາກການຕິດຕາມພົບວ່າ ສື່ການຮຽນດັ່ງກ່າວ ຊ່ວຍໃຫ້ເດັກທີ່ໃຊ້ພາສາເຜົ່າຢູ່ເຮືອນ ສາມາດເຂົ້າໃຈພາສາລາວໄດ້ດີຂຶ້ນ ກ້າສື່ສານ ແລະ ມີສ່ວນຮ່ວມໃນການຮຽນການສອນຫຼາຍຂຶ້ນ. ພ້ອມນີ້ ຍັງເປັນການພັດທະນາທັກສະການສອນຂອງຄູອາຈານ ຜ່ານການອົບຮົມ ແລະ ພັດທະນາວິຊາຊີບຢ່າງຕໍ່ເນື່ອງ.

ປັດຈຸບັນ ບົດຮຽນ “ຝຶກເວົ້າພາສາລາວ” ໄດ້ຂະຫຍາຍນຳໃຊ້ໄປທົ່ວປະເທດ ນັບແຕ່ສົກຮຽນ 2024-2025 ແລະ ກຳລັງພັດທະນາຕໍ່ໃນລະດັບ ປ.2 ເພື່ອນຳໃຊ້ໃນສົກຮຽນ 2027-2028.

ໂຄງການນີ້ ຖືເປັນອີກກ້າວສຳຄັນ ໃນການພັດທະນາການສຶກສາຂອງລາວ ໂດຍເນັ້ນໃຫ້ເດັກນ້ອຍທຸກກຸ່ມຊົນເຜົ່າ ມີໂອກາດຮຽນຮູ້ ແລະ ເຕີບໂຕໄດ້ຢ່າງເຕັມສັກຍະພາບ.

ທີ່ມາ: VientianeMai

Related Articles

Leave a Reply