ຍັງບໍ່ເຫັນ 2 ພົບແລ້ວ 5 ຄົນ

ຍັງບໍ່ເຫັນ 2 ພົບແລ້ວ 5 ຄົນ

​ໃນເວລາ 16:30 ໂມງ ຂອງມື້ນີ້, ໜ່ວຍກູ້ໄພໄດ້ຄົ້ນພົບແລ້ວ 5 ຄົນ ຈາກ 7 ຄົນທີ່ຕິດຢູ່ພາຍໃນຖ້ຳຢູ່ເມືອງລອງແຈ້ງ ແຂວງໄຊສົມບູນ ຍັງບໍ່ເຫັນ 2 ຄົນ.

5 ຄົນທີ່ຄົ້ນພົບນັ້ນມີສຸຂະພາບແຂງດີ ມີທ້າວ ຄຳຫຼ້າ ປະຊາຊົນບ້ານ ພັນໄຊ; ທ້າວ ມືດ ປະຊາຊົນບ້ານ ນ້ຳຜາໃຫຍ່; ທ້າວອີ ປະຊາຊົນບ້ານ ດວງພັນໄຊ; ທ້າວ ອິ່ງ  ແລະ ທ້າວ ແລ່ນ ທັງສອງຄົນປະຊາຊົນ ບ້ານພັນໄຊ.

ສໍາລັບແຜນຕໍ່ໄປແມ່ນຈະລຳລຽງສົ່ງສະບຽງອາຫານ ແລະ ຢາ ເຂົ້າໄປບຳລຸງ ທັງ 5 ຄົນໃຫ້ແຂງແຮງກ່ອນຈະນໍາຕົວອອກມາ ແລະ ສືບຕໍ່ຄົ້ນຫາ ອີກ 2 ຄົນທີ່ຍັງສູນຫາຍ.

ຂໍ້ມູນ ແລະ ຮູບພາບຈາກ: ສະມາຄົມອາສາເພື່ອປະຊາຊົນລາວ

Related Articles

Leave a Reply