ລັດຖະບານລາວໄດ້ມີການອະນຸຍາດໃຫ້ບໍລິສັດສາຍສົ່ງໄຟຟ້າ ແຫ່ງຊາດລາວເລີ່ມໂຄງການຕາຂ່າຍສາຍສົ່ງ ແຫ່ງຊາດ (ເພີ່ມເຕີມ)ສໍາລັບໂຄງການສາຍສົ່ງເຊື່ອມຕໍ່500 ກິໂລໂວນ (kV) ໃນວັນທີ 28 ພຶດສະພາ 2026 ທີ່ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນ ຕາງໜ້າລັດຖະບານ ສປປ ລາວ ໄດ້ມີພິທີລົງນາມ ໃນສັນຍາສຳປະທານ ໂຄງການຕາຂ່າຍສາຍສົ່ງແຫ່ງຊາດ(ເພີ່ມເຕີມ) ສໍາລັບໂຄງການສາຍສົ່ງເຊື່ອມຕໍ່ 500 ກິໂລໂວນ(kV) ລາວ-ຈີນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ພິໄລທອງ ຈິດມະນີ, ຮອງປະທານຄະນະກຳມະການປົກຄອງແຂວງ ອຸດົມໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຫຼິນລຸ້ຍ ປະທານໃຫຍ່ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ໄດ້ກ່າວວ່າ: ໂຄງການ EDL-T ແມ່ນໂຄງການທີ່ມີຄວາມໝາຍຄວາມສຳຄັນອັນຍິ່ງໃຫຍ່ ແລະ ມີບົດບາດເປັນແບບຢ່າງທີ່ພົ້ນເດັ່ນ ແລະ ເປັນ ໂຄງການຈຸດສຸມໃນການລົງເລິກການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ.
ປັດຈຸບັນ, EDL-T ໄດ້ດຳເນີນງານຢ່າງສະຖຽນລະ ພາບ ມາເປັນເວລາ 2 ປີກວ່າ ເຊິ່ງວຽກງານໃນແຕ່ລະ ດ້ານ ແມ່ນມີຄວາມຄືບໜ້າຢ່າງເດັ່ນຊັດ:
ການກໍ່ສ້າງໂຄງການຂະໜາດໃຫຍ່ໄດ້ຮັບການຊຸກຍູ້ ຢ່າງກ້າວກະໂດດ. ໃນວັນທີ 20 ຂອງເດືອນຜ່ານມາ, ໂຄງການເຊື່ອມໂຍງລະບົບໄຟຟ້າ 500 ກິໂລໂວນ(kV) ລາວ-ຈີນ ໄດ້ເປີດດຳເນີນງານ ແລະ ເຊື່ອມຕໍ່ລະບົບ ໄຟຟ້າຢ່າງເປັນທາງການ, ເຮັດໃຫ້ຄວາມສາມາດໃນການສົ່ງຈ່າຍໄຟຟ້າ ສອງທິດທາງລະຫວ່າງ ລາວ-ຈີນ ເພີ່ມຂຶ້ນຈາກ 50 ເມກາວັດ (MW) ເປັນ 1,500 ເມກາວັດ (MW), ແລະ ສາມາດສົ່ງຈ່າຍພະລັງງານສະອາດໄດ້ປະມານ 3 ຕື້ກິໂລວັດໂມງ (kWh) ຕໍ່ປີ. ພ້ອມດຽວກັນນັ້ນ, ໂຄງການສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ (kV) ຢູ່ທ່າວຽງ ແລະ ມະຫາໄຊ ກໍກຳລັງໄດ້ຮັບການ ຈັດຕັ້ງປະຕິບັດຢ່າງສະໝໍ່າສະເໝີຕາມແຜນການ ເຊິ່ງເມື່ອໂຄງການດັ່ງກ່າວສຳເລັດຈະຊ່ວຍຮັດແໜ້ນ ໂຄງສ້າງຕາຂ່າຍໄຟຟ້າແຕ່ພາກເໜືອຫາພາກກາງ ຂອງລາວໃຫ້ມີຄວາມແຂງແຮງ, ສາມາດຕອບສະໜອງຄວາມຕ້ອງການຊົມໃຊ້ໄຟຟ້າໃນການພັດທະນາເສດຖະກິດພາຍໃນປະເທດລາວຢ່າງມີປະສິດທິຜົນ. ລະດັບການບໍລິຫານ ແລະ ບຳລຸງຮັກສາ ຕາໜ່າງໄຟຟ້າໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ. ພວກເຮົາໄດ້ປັບປຸງຮູບແບບການບຳລຸງຮັກສາ ຕາຂ່າຍ ໄຟຟ້າຢ່າງຕໍ່ເນື່ອງ, ໂດຍຫັນປ່ຽນຢ່າງວ່ອງໄວຈາກ “ການສ້ອມແປງແບບຕັ້ງຮັບ” ມາເປັນ “ການບໍລິຫານແບບບຸກທະລຸ+ ການປ້ອງກັນ ແລະ ຄວບຄຸມແບບຊັດເຈນ” ແລະ ຍົກລະດັບຮອບດ້ານ. ການນຳໃຊ້ “ໂດຣນ(UAV)+ລະບົບກວດສອບ ອອນໄລນ໌” ຢ່າງກວ້າງຂວາງ ໄດ້ເຮັດໃຫ້ການສ້າງ ແບບຈຳລອງ 3 ມິຕິ(3DModeling) ແລະ ການ ກວດກາແບບລະອຽດທົ່ວເຖິງ, ສົ່ງຜົນໃຫ້ອັດຕາການ ກວດພົບຈຸດບົກຜ່ອງຂອງສາຍສົ່ງເພີ່ມຂຶ້ນເປັນ 100%, ອັດຕາຄວາມຖືກຕ້ອງຂອງລະບົບປ້ອງກັນ(RelayProtection) ສູງເຖິງ 95.93%, ຕົວຊີ້ວັດການຕັດກະແສໄຟຟ້າ(Trip)ຂອງສາຍສົ່ງຫຼຸດລົງ 38.9% ເມື່ອທຽບໃສ່ໄລຍະດຽວກັນ,ຈຳນວນຄັ້ງຂອງເຫດການໄຟດັບເປັນ
ບໍລິເວນກວ້າງຫຼຸດລົງຢ່າງຫຼວງຫຼາຍ, ເຮັດໃຫ້ຄວາມສາມາດໃນການຄໍ້າປະກັນຄວາມປອດໄພຂອງການສະໜອງໄຟຟ້າ ໃຫ້ແກ່ທາງລົດໄຟລາວ-ຈີນເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ໃນປີ 2025, ຈຳນວນຄັ້ງຂອງໄຟດັບຢູ່ສະຖານີຈ່າຍໄຟ (Traction Substation) ແລະ ສາຍສົ່ງໄຟຟ້າ ຂອງທາງລົດໄຟ ລາວ-ຈີນ ຊ້ວງລາວ ໄດ້ຫຼຸດລົງຢ່າງຫຼວງຫຼາຍເຖິງ 83% ແລະ 63% ຕາມລໍາດັບ, ເຊິ່ງຖືເປັນສະຖິຕິທີ່ດີທີ່ສຸດໃນປະຫວັດສາດ.
ວຽກງານສະຫວັດດີການສັງຄົມ ແລະ ການອົບຮົມການສຶກສາໄດ້ຮັບຜົນສຳເລັດຢ່າງໝັ້ນຄົງ. ຄຽງຄູ່ກັບໂຄງການເຊື່ອມໂຍງລະບົບໄຟຟ້າ 500 ກິໂລໂວນ(kV), ພວກເຮົາໄດ້ບໍລິຈາກທຶນກໍ່ສ້າງໂຮງຮຽນປະຖົມບ້ານນ້ຳຄຳເມືອງນາໝໍ້ແຂວງອຸດົມໄຊ, ນອກຈາກນີ້, ຍັງໄດ້ບໍລິຈາກ “ຫ້ອງສະໝຸດ ສາຍຕາຂ່າຍພາກໃຕ້ຄວາມຮູ້ (CSG ZhiXing Book House)” ຈຳນວນ 5 ແຫ່ງໃນຫຼາຍແຂວງ/ ນະຄອນ ແລະ ໄດ້ຈັດກິດຈະກຳຮັກການອ່ານຫຼາຍຄັ້ງ, ເພື່ອຮ່ວມແຮງເຂົ້າໃນວຽກງານການສຶກສາຂັ້ນພື້ນຖານຂອງ ສປປ ລາວ. ພວກເຮົາໄດ້ເປັນເຈົ້າການສ້າງຕັ້ງ”ຫ້ອງທົດລອງຮ່ວມເຕັກໂນໂລຊີໄຟຟ້າແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ(ສາຂາລາວ)”, ຮ່ວມມືກັບມະຫາວິທະຍາໄລຊົງຊິງ(Chongqing University) ແລະ ມະຫາວິທະຍາໄລແຫ່ງຊາດລາວໃນການສ້າງຕັ້ງ ແລະ ບຳລຸງສ້າງວິສະວະກອນດີເດັ່ນ, ສ້າງຮູບແບບການຮ່ວມມືແບບ”ການຜະລິດ-ການສຶກສາ-ການຄົ້ນຄວ້າ”; ພ້ອມທັງຮ່ວມກັບ EDL ສ້າງຕັ້ງ ເວທີ ພັດທະນາບຸກຄະລາກອນ”ພັນທະມິດຊ່າງຝີມື”, ເຊິ່ງມີສຳມະນາກອນຈາກ EDL ຈົບການອົບຮົມ ແລ້ວ 4 ຊຸດຈຳນວນ 46 ທ່ານ ແລະ ໄດ້ຈັດການອົບຮົມດ້ານ ເຕັກນິກ ແລະ ທັກສະໄຟຟ້າໃຫ້ແກ່ບຸກຄະລາກອນ ລວມທັງໝົດຫຼາຍກວ່າ 1,600 ຄົນ.
ທ່ານກ່າວວ່າ: ໃນອະນາຄົດ, EDL-Tຈະສືບຕໍ່ພາຍໃຕ້ ການຊີ້ນຳ ແລະ ສະໜັບສະໜູນຈາກລັດຖະບານລາວ, ລົງເລິກການຮ່ວມມືຍຸດທະສາດກັບທຸກໆຝ່າຍ, ເພື່ອ ຮ່ວມກັນຊຸກຍູ້ການຫັນປ່ຽນດ້ານພະລັງງານ ແລະ ການພັດທະນາເສດຖະກິດຂອງລາວ. ພວກເຮົາຈະສຸມໃສ່ວຽກງານຈຸດສຸມໃນດ້ານຕ່າງໆ ດັ່ງນີ້:
ສືບຕໍ່ເອົາໃຈໃສ່ບໍລິຫານ ແລະ ດຳເນີນງານ ໂຄງການເຊື່ອມໂຍງລະບົບໄຟຟ້າ 500 ກິໂລໂວນ(kV)ລາວ-ຈີນໃຫ້ດີ, ຮັບປະກັນການດຳເນີນງານທີ່ມີຄວາມປອດໄພ ແລະ ສະຖຽນລະພາບ, ຍົກສູງປະສິດທິຜົນຂອງການສົ່ງຈ່າຍໄຟຟ້າ, ເພື່ອສະໜັບສະໜູນການພັດທະນາ ພະລັງງານທົດແທນຢູ່ພາກເໜືອ ຂອງລາວ.
ເລັ່ງຊຸກຍູ້ການກໍ່ສ້າງໂຄງການຈຸດສຸມຂອງຕາຂ່າຍໄຟຟ້າຫຼັກຢ່າງໝັ້ນຄົງ, ຮັບປະກັນໃຫ້ໂຄງການສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ(kV) ມະຫາໄຊ ສາມາດເປີດດຳເນີນງານໄດ້ກ່ອນລະດູຝົນໃນປີ 2027 ແລະ ສະໜອງ ແຫຼ່ງພະລັງງານໄຟຟ້າອັນໜັກແໜ້ນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ.
ລົງເລິກວຽກງານສະຫວັດດິການສັງຄົມ ແລະ ການສ້າງບຸກຄະລາກອນທ້ອງຖິ່ນຢ່າງຕໍ່ເນື່ອງ, ໂດຍອາໄສຫ້ອງທົດລອງຮ່ວມເຕັກໂນໂລຊີໄຟຟ້າແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ເວທີບຸກຄະລາກອນ”ພັນທະມິດຊ່າງຝີມື”, ເພື່ອຍົກສູງການອົບຮົມທັກສະເຕັກນິກໄຟຟ້າ, ວາງຮາກຖານດ້ານບຸກຄະລາກອນໃຫ້ແກ່ການພັດທະນາຂະແໜງໄຟຟ້າ ຂອງລາວທີ່ມີຄຸນນະພາບສູງ.
ການລົງນາມໃນສັນຍາເພີ່ມເຕີມ CA ໃນມື້ນີ້, ບໍ່ພຽງແຕ່ເປັນການຮັດແໜ້ນ ແລະ ລົງເລິກໝາກຜົນ ຂອງການຮ່ວມມືໃນໄລຍະຜ່ານມາເທົ່ານັ້ນ, ແຕ່ຍັງເປັນການຄໍ້າປະກັນອັນສຳຄັນ ໃນການຊຸກຍູ້ໃຫ້ EDL-T ດຳເນີນງານຢ່າງຖືກຕ້ອງ ຕາມກົດໝາຍ, ສອດຄ່ອງກັບລະບຽບການ ແລະ ມີປະສິດທິພາບສູງ ພວກເຮົາຈະຖືເອົາການລົງນາມໃນມື້ນີ້ເປັນຈຸດເລີ່ມຕົ້ນໃໝ່ດ້ວຍທັດສະນະຄະຕິທີ່ແທດເຖິງຕົວຈິງ ແລະ ການເຮັດວຽກທີ່ໜັກແໜ້ນ, ເພື່ອຊຸກຍູ້ການຮ່ວມມືດ້ານໄຟຟ້າ ລາວ-ຈີນ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ ແລະ ຮ່ວມແຮງຂອງ EDL-T ເຂົ້າໃນການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

