Vientiane Times Lao
ຈໍານວນຜູ້ຕິດເຊຶ້ອພະຍາດ COVID-19 ຍັງເປັນ 10 ຄົນ, ບາງຄົນຈະໄດ້ອອກໂຮງໝໍໄວໆນີ້

ຈໍານວນຜູ້ຕິດເຊຶ້ອພະຍາດ COVID-19 ຍັງເປັນ 10 ຄົນ, ບາງຄົນຈະໄດ້ອອກໂຮງໝໍໄວໆນີ້

ກະຊວງສາທາ ຢືນຢັນມື້ນີ້ ຈໍານວນຜູ້ຕິດເຊື້ອພະຍາດ COVID-19 ຢູ່ ສປປ ລາວ ຍັງເປັນ 10 ຄົນເທົ່າເດີມ ນີ້ຖືວ່າເປັນຂ່າວດີສໍາລັບທຸກຄົນ, ພ້ອມທັງຮຽກຮ້ອງໃຫ້ທຸກຄົນໃນສັງຄົມສືບຕໍ່ປະຕິບັດຕາມມາດຕະການປ້ອງກັນຕ່າງໆ ທີ່ລັດຖະບານໄດ້ແຈ້ງໄປແລ້ວນັ້ນຢ່າງເຂັ້ມງວດ.

ປະຈຸບັນຈຳນວນ 10 ຄົນ ທີ່ໄດ້ຮັບການປີ່ນປົວ ແມ່ນມີອາການເບົາບາງ ແລະ ບາງຄົນໃກ້ຈະໄດ້ອອກໂຮງໝໍໃນໄວໆນີ້.

ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍ ວັນທິ 2 ເມສາ 2020 ວ່າ: ມາຮອດວັນທີ 1 ເມສາ 2020, ໄດ້ມີກໍລະນີສົງໄສເກັບຕົວຢ່າງມາກວດ 61 ຄົນ ໄດ້ແກ່ ນະຄອນຫຼວງວຽງຈັນ 46 ຄົນ, ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ຫຼວງພະບາງ ແຂວງລະ 4 ຄົນ, ແຂວງອັດຕະປື 4 ຄົນ ແລະ ແຂວງຈຳປາສັກ 1 ຄົນ, ທັງໝົດໄດ້ເກັບຕົວຢ່າງ ແລະ ຜົນກວດເປັນລົບ ຖືວ່າມື້ນີ້ບໍ່ມີກໍລະນີໃໝ່.

ໃນໂອກາດດຽວ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ກໍ່ໄດ້ແນະນໍາໃຫ້ ຄວບຄຸມການຕິດເຊື້ອໃນລະດັບຄອບຄົວຢ່າງຈິງຈັງ ຄື: ອະນາໄມທຸກວັນ ຈຸດ ຫຼື ພື້ນຜິວທີ່ສະມາຊິກຄອບຄົວໄດ້ຮ່ວມສໍາຜັດຈັບບາຍ ດ້ວຍນໍາຢາຂ້າເຊື້ອ ຫຼື ນໍ້າສະບູ/ແຟບ ໂດຍຮັບປະກັນຄວາມປອດໄພຕໍ່່ທຸກຄົນໃນເຮືອນ. ໂຈະຊົ່ວຄາວ ການຮັບແຂກຄົນມາຢາມ ຫຼື ພີ່ນ້ອງມາພັກເຊົາ ໃນໄລຍະມີການລະບາດນີ້.

ເຂັ້ມງວດໃນການກິນອາຫານທີ່ປຸງແຕ່ງສຸກດີ ແລະ ໃຊ້ບ່ວງກາງໃນການຕັກອາຫານ ພ້ອມທັງກິນອາຫານ ແລະ ພັກຜ່ອນໃຫ້ພຽງພໍ ສົມທົບກັບການການອອກກໍາລັງກາຍໃຫ້ສຸຂະພາບແຂງແຮງ. ສະມາຊິກຄອບຄົວ ປະຕິບັດການຢູ່ຫ່າງກັນຢ່າງນ້ອຍ 2 ແມັດຂຶ້ນໄປ ແລະ ບໍ່ອະນຸຍາດໃຫ້ສະມາຊິກຄົນໃດ ໄປຮ່ວມສັງສັນກັບຄົນອື່ນ ສ່ຽງຕໍ່ການນໍາເຊື້ອພະຍາດກັບມາເຮືອນ.

ຕິດຕາມສຸຂະພາບຂອງແຕ່ລະຄົນ ໂດຍສະເພາະ ຖ້າສະມາຊິກຄອບຄົວຄົນໃດ ທີ່ເຂົ້າ-ອອກເຮືອນໃນແຕ່ລະວັນ ເພາະມີຄວາມຈໍາເປັນຕ້ອງໄດ້ປະຕິບັດພາລະກິດ. ພໍ່ແມ່ ແລະ ລູກທຸກຄົນ ປະຕິບັດການໄອ ຈາມ ຢ່າງມີມາລະຍາດ ອັດປາກເວລາໄອ ຈາມ ແລະ ຖີ້ມຂີ້ເຫຍື້ອ.

ສໍາລັບການໄປຕະຫຼາດ ຫຼື ຮ້ານຄ້າ: ແຕ່ລະຄອບຄົວແຕ່ງ 1 ຄົນເທົ່ານັ້ນ ເພື່ອອອກໄປຊື້ເຄື່ອງບໍລິໂພກ ແລະ ບໍ່ຄວນໃຫ້ເດັກນ້ອຍ ຫຼື ຜູ້ສູງອາຍຸໄປຕະຫຼາດ. ຜູ້ໄປຕະຫຼາດຄວນສັງເກດ ແລະ ບໍ່ເອົາຕົວເອງໄປບ່ອນທີ່ມີຄົນແອອັດ ເພື່ອຊື້ເຄື່ອງ ຄວນລະມັດລະວັງຄົນອື່ນ ແລະ ຢູ່ຫ່າງຈາກແມ່ຄ້າ ຢ່າງໜ້ອຍ 2 ແມັດຂຶ້ນໄປ.

ຕິດຕາມຂ່າວສານຈາກແຫຼ່ງຂ່າວຂອງທາງການທຸກວັນ ໂດຍສະເພາະເຟສບຸກຂອງສູນຂ່າວສານການແພດສຸຂະສຶກສາ ຂອງກະຊວງສາທາລະນະສຸກ. ຂໍໃຫ້ທຸກຄົນມີສະຕິໃນການບໍລິໂພກຂ່າວຈາກແຫຼ່ງຕ່າງໆ ຫຼື ຂອງບຸກຄົນ ທີ່ສ້າງຂ່າວແອບອ້າງ ສ້າງຜົນປະໂຫຍດໃຫ້ແກ່ ຕົນເອງ ຫຼື ປັ່ນປ່ວນສັງຄົມ. ຖ້າມີກໍລະນີສົງໄສສາມາດຕິດຕໍ່ຫາສາຍດ່ວນ ໝາຍເລກ 165 ຫຼື 166 ເພື່ອສອບຖາມເພີ່ມເຕີມ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply