ຈັບກຸມກຸ່ມຄົນລັກລອບຂຸດຄົ້ນຄຳຕົກຂ້ອນ ຜິດກົດໝາຍ ຢູ່ເມືອງອະນຸວົງ

ຈັບກຸມກຸ່ມຄົນລັກລອບຂຸດຄົ້ນຄຳຕົກຂ້ອນ ຜິດກົດໝາຍ ຢູ່ເມືອງອະນຸວົງ

ອົງການປົກຄອງ ຫຼື ຄະນະສະເພາະກິດຕິດຕາມກວດກາແຮ່ທາດ ແຂວງໄຊສົມບູນ ນໍາໂດຍທ່ານ ໄຊຍະເດດ ວົງສາຣະວັນ, ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ທັງເປັນຄະນະສະເພາະກິດຕິດຕາມກວດກາແຮ່ທາດ ພ້ອມດ້ວຍຄະນະ ໄດ້ລົງກວດກາ ການລັກລອບຂຸດຄົ້ນຄຳຕົກຂ້ອນ ແບບຜິດກົດໝາຍ ຢູ່ເມືອງອະນຸວົງ ແຂວງໄຊສົມບູນ ເມື່ອມໍ່ໆມານີ້ ແລະ ສາມາດກັກຕົວຜູ້ຮ່ວມຂະບວນການ (ກຳມະກອນ) ໄດ້ທັງໝົດ 3 ຄົນ.

ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ຍັງສາມາດຢຶດເຄື່ອງຂອງກາງ ທີ່ນຳໃຊ້ເຂົ້າໃນການກະທຳຜິດ ໄດ້ເປັນຈຳນວນຫຼາຍ ເຊິ່ງປະກອບມີ: ລົດຈົກຈຳນວນ 2 ຄັນ, ຕະແກງໃຫຍ່ສຳລັບຮ່ອນແຮ່ຄຳຈຳນວນ 1 ອັນ, ຈັກດູດນ້ຳຂະໜາດໃຫຍ່ຈຳນວນ 2 ເຄື່ອງ, ນ້ຳມັນກາຊວນຈຳນວນ 5 ຖັງ (ຖັງລະ 200 ລິດ), ດາງຮ່ອນຄຳຈຳນວນ 3 ດາງ, ຜ້າພົມ (ຜ້າດັກຄຳ) ຈຳນວນ 12 ຜືນ, ທໍ່ດູດນ້ຳຈຳນວນ 2 ກໍ້.

 ທີ່ມາ: ຈົດໝາຍຂ່າວໄຊສົມບູນ

Related Articles

Leave a Reply