ບໍ່ມີນາຍທຶນມາຈ້າງໃຫ້ປະຊາຊົນໄປຂຸດຄົ້ນຢູ່ເມືອງລ້ອງແຈ້ງ

ບໍ່ມີນາຍທຶນມາຈ້າງໃຫ້ປະຊາຊົນໄປຂຸດຄົ້ນຢູ່ເມືອງລ້ອງແຈ້ງ

ທ່ານ ຄຳຜອງ ຄຳມະນີວົງ ເລຂາບໍລິຫານງານພັກເມືອງລ້ອງແຈ້ງ ໄດ້ອອກມາຊີ້ແຈງປະຕິເສດຂ່າວລືໃນສື່ສັງຄົມອອນລາຍເລື່ອງການລັກລອບຂຸດຄົ້ນຄຳ, ໂດຍຢືນຢັນວ່າບໍ່ມີ ເໝືອງຄຳ ຫຼື ການເຂົ້າມາຂຸດຄົ້ນຂະໜາດໃຫຍ່ຈາກຊາວຕ່າງຊາດ, ແຕ່ເປັນພຽງການຊອກຫາລ້ຽງຊີບແບບຫັດຖະກຳພື້ນບ້ານຂອງປະຊາຊົນເທົ່ານັ້ນ

ຕໍ່ກັບກະແສຂ່າວທີ່ເກີດຂຶ້ນໃນສື່ສັງຄົມອອນລາຍທັງພາຍໃນ ແລະ ຕ່າງປະເທດ ທີ່ອາດສ້າງຄວາມເຂົ້າໃຈຜິດຕໍ່ການນຳພາຂອງພັກ ແລະ ລັດຖະບານນັ້ນ, ທ່ານ ຄຳຜອງ ຄຳມະນີວົງ ໄດ້ອະທິບາຍຢ່າງຈະແຈ້ງວ່າ ພັກ ແລະ ລັດຖະບານແມ່ນບໍ່ໄດ້ນິ້ງນອນໃຈ ແລະ ບໍ່ມີການນຳເອົາກົນຈັກຂະໜາດໃຫຍ່ເຂົ້າມາຂຸດຄົ້ນໂດຍນາຍທຶນຈີນ ຫຼື ຊາວຕ່າງຊາດຕາມທີ່ຖືກກ່າວອ້າງແຕ່ຢ່າງໃດ.

ທ່ານໄດ້ກ່າວເນັ້ນໜັກເຖິງສະພາບການຕົວຈິງວ່າ: “ອັນນີ້ ມັນບໍ່ແມ່ນການຂຸດຄົ້ນ ເຮົາເຂົ້າໃຈຄວາມໝາຍ ແລະ ນິຍາມ ຄຳວ່າ ຂຸດຄົ້ນ ມັນຕ້ອງມີກົນຈັກ… ອັນນີ້ມັນເອົາຈົກເອົາສຽມໄປຂຸດຊື່ໆ ແບບຫັດຖະກຳພື້ນບ້ານ ລັກສະນະໄປຊອກຢູ່ຫາກິນ”

ພ້ອມດຽວກັນນີ້, ທາງພາກສ່ວນກ່ຽວຂ້ອງຍັງໄດ້ເອົາໃຈໃສ່ຢ່າງໃກ້ຊິດໃນການປົກປັກຮັກສາສິ່ງແວດລ້ອມ ໂດຍໄດ້ລະດົມໃຫ້ທຸກພາກສ່ວນ ທັງພໍ່ແມ່ປະຊາຊົນ ແລະ ບໍລິສັດຕ່າງໆ ຮ່ວມກັນປົກປັກຮັກສາທຳມະຊາດເພື່ອການນຳໃຊ້ທີ່ຍືນຍົງ ແລະ ຫຼີກລ່ຽງຜົນກະທົບທີ່ຈະກາຍເປັນໄພພິບັດທາງທຳມະຊາດໃນອະນາຄົດ.

ຄຳເວົ້າດັ່ງກ່າວ ສອດຄ່ອງກັບ ຄຳເວົ້າຂອງທັງ 5 ຄົນທີ່ອອກຈາກຖໍ້າມາໄດ້ ໂດຍຍອມຮັບວ່າເຂົ້າໄປຊອກຄຳແທ້ ແຕ່ບໍ່ມີໃຜຈ້າງເຂົ້າໄປ.

ຕົວແທນຂອງກຸ່ມຜູ້ລອດຊີວິດທັງ 5 ຄົນໄດ້ຕັດສິນໃຈອອກມາເປີດເຜີຍຄວາມຈິງ ເພື່ອແກ້ໄຂຄວາມຄາໃຈຂອງສັງຄົມ ພວກເຂົາລະບຸວ່າ ສາເຫດທີ່ແທ້ຈິງໃນການເຂົ້າໄປໃນຖ້ຳຄັ້ງນີ້ ຍ້ອນໄດ້ຍິນ ວ່າກຸ່ມອື່ນໆເຂົ້າໄປຂຸດດິນແລ້ວໄດ້ຄຳອອກມາ.

ພວກເຂົາຢືນຢັນຢ່າງໜັກແໜ້ນວ່າ ການກະທຳດັ່ງກ່າວແມ່ນມາຈາກຄວາມທຸກຍາກ ແລະ ຄວາມຕ້ອງການເງິນເພື່ອມາຊື້ຢູ່ຊື້ກິນລ້ຽງຊີບໃນເຂດຊົນນະບົດເທົ່ານັ້ນ ໂດຍປະຕິເສດຢ່າງສິ້ນເຊີງຕໍ່ຂ່າວລືທີ່ວ່າມີນາຍທຶນຈ້າງວານໃຫ້ພວກເຂົາເຂົ້າໄປ

ນອກຈາກການຊີ້ແຈງຂໍ້ເທັດຈິງແລ້ວ, ທ່ານ ຄຳຜອງ ຍັງໄດ້ສະແດງຄວາມເປັນຫ່ວງຕໍ່ກັບການນຳສະເໜີຂ່າວສານໃນຍຸກປັດຈຸບັນ ໂດຍຮຽກຮ້ອງໃຫ້ຜູ້ທີ່ລົງຂ່າວມີການກັ່ນຕອງຂໍ້ມູນຢ່າງຄັກແນ່ ແລະ ບໍ່ສ້າງຂ່າວບິດເບືອນພຽງເພື່ອຫວັງຍອດວິວ ເຊິ່ງເປັນການກະທຳທີ່ຜິດກົດໝາຍ ແລະ ອາດສ້າງຄວາມບໍ່ສະຫງົບ ກາຍເປັນບັນຫາທາງການເມືອງ ແລະ ຄວາມໝັ້ນຄົງໄດ້.

Related Articles

Leave a Reply