Vientiane Times Lao
ປິດຊົ່ວຄາວ ຫ້ອງກວດພະຍາດ ແລະ ໂຮງໝໍເອກະຊົນ ເພື່ອຄວບຄຸມພະຍາດ COVID-19

ປິດຊົ່ວຄາວ ຫ້ອງກວດພະຍາດ ແລະ ໂຮງໝໍເອກະຊົນ ເພື່ອຄວບຄຸມພະຍາດ COVID-19

ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ຖະແຫຼງຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ພວກເຮົາຈໍາເປັນຕ້ອງປິດຫ້ອງກວດພະຍາດ ແລະ ໂຮງໝໍ ເອກະຊົນ ຊົ່ວຄາວທຸກແຫ່ງທົ່ວປະເທດ ຫຼັງຈາກມີຜຸ້ຕິດເຊື້ອພະຍາດ ດັ່ງກ່າວ 10 ຄົນ.

ຄຳສັ່ງຂອງຄະນະສະເພາະກິດດັ່ງກ່າວ ມີຈຸດປະສົງເພື່ອແນໃສ່ໃຫ້ບຸກຄະລາກອນທາງການແພດ, ພະຍາບານ ທີ່ເປັນເຈົ້າໜ້າທີ່ລັດ ແລະ ກຳລັງເຮັດວຽກຢູ່ຫ້ອງກວດພະຍາດ ແລະ ໂຮງໝໍເອກະຊົນ ມາຮັບໃຊ້ ແລະ ປິ່ນປົວຄົນເຈັບ COVID-19 ຢ່າງເຕັມທີ່ ພ້ອມນີ້ຍັງໃສ່ຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອ ແລະ ການແຜ່ລະບາດຂອງພະຍາດ.

ອີງຕາມຂໍ້ມູນຈາກ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ປະມານ 90 ເປີເຊັນ ຂອງບຸກຄະລາກອນທາງການແພດທີ່ເປັນແພດ, ພະຍາບານທີ່ກຳລັງເຮັດວຽກຢູ່ຫ້ອງກວດພະຍາດ ແລະ ໂຮງໝໍເອກະຊົນ ແມ່ນເປັນເຈົ້າໜ້າທີ່ລັດ.

ນອກນີ້ຍັງເປັນການກຽມພ້ອມປະກອບມີ ອຸປະກອນພິເສດ ແລະ ທັນສະໄໝ ແລະ ບຸກຄະລະກອນທາງແພດ ເພື່ອປິ່ນປົວຄົນເຈັບດ້ວຍ COVID-19, ຖ້າມີກໍລະນີໃດຖືກສົງໄສ ຫຼື ຖືກຢືນຢັນ.

ຄຳສັ່ງປິດຄັ້ງນີ້ນີ້ແມ່ນການປະຕິບັດຕາມກົດໝາຍວ່າດ້ວຍການປິ່ນປົວທີ່ຈຳເປັນເພື່ອຮັບປະກັນຄວາມສະດວກສະບາຍ ແລະ ຄວາມ ປອດໄພຂອງຄົນເຈັບ.

ປະຈຸບັນ ທົ່ວປະເທດ ມີໂຮງໝໍເອກະຊົນ 17 ແຫ່ງ ແລະ ຫ້ອງກວດພະຍາດ 1.000 ກວ່າແຫ່ງ.

 ຂ່າວ-ພາບ: ເພັດໂພໄຊ

Related Articles

Leave a Reply