ມູນນິທິຮ່ວມໃຈພັດທະນາລາວ ໄດ້ນຳອຸປະກອນການແພດ ປະກອບດ້ວຍ ສະເປ, ຜ້າອັດປາກ-ດັງ, ເຈວລ້າງມື ມາມອບໃຫ້ ໂຮງໝໍເຊດຖາທິລາດ ໃນວັນທີ 2 ເມສາ 2020 ທີ່ຜ່ານມາ.
ຈຸດປະສົງການມອບເຄື່ອງດັ່ງກ່າວ ແມ່ນເພື່ອສະໜັບສະໜູນ ໃຫ້ທີມແພດໝໍ ໄດ້ນຳໃຊ້ໃນການຕອບໂຕ້ ແລະ ການກຽມພ້ອມສຳລັບສະກັດກັ້ນພະຍາດ ໂຄວິດ-19 ເຊີ່ງຢູ່ ສປປ ລາວ ມີຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວ 10 ຄົນ.
ການຊ່ວຍເຫຼືອໃນຄັ້ງນີ້ ຍັງເປັນການຕອບສະໜອງກັບຄວາມຕ້ອງການຕົວຈິງຂອງໂຮງໝໍໃນການປ້ອງກັນ ແລະ ຄວບຄຸມພະຍາດ ເພື່ອຮັບປະກັນໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າປອດໄພຈາກພະຍາດ ໂຄວິດ-19.
ເຄື່ອງຊ່ວຍເຫຼືອດັ່ງກ່າວມອບໂດຍຕາງໜ້າມູນນິທິຮ່ວມໃຈພັດທະນາລາວ ແລະ ຮັບໂດຍ ດຣ ໄພວັນ ແກ້ວປະເສີດ ຜູ້ອຳນວຍການໃຫຍ່ ໂຮງໝໍເສດຖາທິລາດ, ມີພະນັກງານທີ່ກ່ຽວຂ້ອງຈາກພາກສ່ວນຕ່າງໆເຂົ້າຮ່ວມພິທີມອບ-ຮັບ.
ຂ່າວ-ພາບ: ເພັດໂພໄຊ