ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກໜັກໜ່ວງກວ່າໝູ່ໃນໂລກ, ທຽບໃສ່ຫົວຄົນ, ນັບແຕ່ປີ 2009 ເຖິງ ປະຈຸບັນ ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ ຈາກລະເບີດດັ່ງກ່າວປະມານ 50 ຄົນຕໍ່ປີ.
ໃນວັນທີ 4 ເມສາ 2020 ແມ່ນວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກ ຄົບຮອບ 15 ປີ. ໃນແຕ່ລະປີ ຈະໄດ້ຈັດພີທີຊຸມນຸມເພື່ອ ລະນຶກເຖິງວັນສາກົນດັ່ງກ່າວນີ້, ແຕ່ໃນປີນີ້ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19. ສະນັ້ນ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະ ເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຈຶ່ງໄດ້ຖະແຫຼງຂ່າວອອກຜ່ານທາງສື່ອອນລາຍຕ່າງໆ ເຖິງປະຊາຊົນ, ພະນັກງານ ແລະ ບັນດາອົງການຈັດຕັ້ງສາກົນ ກ່ຽວກັບວັນດັ່ງກ່າວ.
ທ່ານ ປອ ຄໍາແພງ ໄຊສົມແພງ ກ່າວວ່າ: ດັ່ງທີ່ຮູ້ນຳກັນແລ້ວວ່າ ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກໜັກໜ່ວງກວ່າໝູ່ໃນໂລກ ທຽບໃສ່ຫົວຄົນ.
ຕະຫຼອດ 9 ປີ (ປີ 1964 ເຖິງປີ 1973) ຂອງການຖີ້ມລະເບີດ, ທຸກໆ 8 ນາທີ ມີຍົນຫຼາຍກວ່າ 580.000 ຖ້ຽວ ບັນທຸກລະເບີດມາຖີ້ມລົງໃສ່ຜືນແຜ່ນດິນລາວ, ເຊິ່ງມີປະມານ 3 ລ້ານໂຕນ, ໃນນັ້ນ ມີລະເບີດລູກຫວ່ານ (ລະເບີດບົມບີ) ປະມານ 270 ລ້ານໜ່ວຍ ແລະ ບົມໃຫ່ຍປະມານ 4 ລ້ານໜ່ວຍ.
ນັກວິຊາການດ້ານລະເບີດ ຄາດຄະເນວ່າ 30 ສ່ວນຮ້ອຍຂອງລະເບີດດັ່ງກ່າວແມ່ນບໍ່ທັນແຕກ, ໝາຍຄວາມວ່າ ພາຍຫຼັງສົງຄາມສິ້ນສຸດ ຍັງມີລະເບີດລູກຫວ່ານປະມານ 80 ລ້ານໜ່ວຍ ແລະ ບົມໃຫ່ຍອີກຫຼາຍລ້ານໜ່ວຍ ຍັງບໍ່ທັນແຕກ ທີ່ຕົກຄ້າງຢູ່ປະເທດເຮົາ ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ທີ່ດໍາລົງຊີວິດ, ທໍາມາຫາກິນ ໄດ້ເສຍຊີວິດ ແລະ ຖືກບາດເຈັບເປັນຈຳນວນຫຼວງຫຼາຍ, ແຕ່ 2009 ເຖິງປະຈຸບັນ ກໍ່ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດຈາກລະເບີດບໍ່ທັນແຕກປະມານ 50 ຄົນຕໍ່ປີ.
ການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກໄດ້ຈັດຕັ້ງປະຕິບັດໃນຊຸມປີ 1990 ຈົນເຖິງປະຈຸບັນ ພວກເຮົາໄດ້ໂຄສະນາທີ່ມາ ແລະ ຜົນຮ້າຍຂອງລະເບີດບໍ່ທັນແຕກ, ໄດ້ຊ່ວຍເຫຼືອປິ່ນປົວການແພດ, ຟື້ນຟູສຸຂະພາບ ແລະ ປະກອບອາຊີບໃຫ້ຜູ້ລອດຊີວິດຈາກ ລະເບີດບໍ່ທັນແຕກ, ໄດ້ກວດກູ້ລະເບີດດັ່ງກ່າວອອກຈາກພື້ນທີ່ປະຊາຊົນຕ້ອງການທໍາການຜະລິດກະສິກໍາ ແລະ ໂຄງການພັດທະນາ.
ສໍາລັບປີ 2019, ພວກເຮົາໄດ້ປະຕິບັດການ ໂຄສະນາທີ່ມາ ແລະ ຜົນຮ້າຍຈາກລະເບີດບໍ່ທັນແຕກ ຢູ່ 572 ເທື່ອບ້ານ ເຮັດໃຫ້ຈໍານວນມີ ຜູ້ບາດເຈັບ ແລະ ເສຍຊີວິດຈາກລະເບີດບໍ່ທັນແຕກຫຼຸດລົງເປັນ 25 ຄົນ; ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກໄດ້ທັງໝົດ 216 ຄົນ; ສໍາຫຼວດບໍ່ແມ່ນວິຊາການເພື່ອຊອກຫາຈຸດຫຼັກຖານລະເບີດບໍ່ທັນແຕກໄດ້ 608 ບ້ານ; ສໍາຫຼວດວິຊາການກໍານົດພື້ນທີ່ໄດ້ 19.862 ເຮັກຕາ; ກວດກູ້ລະເບີດອອກຈາກພື້ນທີ່ໄດ້ທັງໝົດ 5.658 ເຮັກຕາ ແລະ ທໍາລາຍລະເບີດໄດ້ທັງໝົດ 128.145 ໜ່ວຍ.
ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ)
ພາບ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ