ບັນດາພາກສ່ວນເອກະຊົນຂອງປະເທດໄທ ທີ່ດໍາເນີນທຸລະກິດຢູ່ໃນ ສປປ ລາວ ໄດ້ນຳເງິນ ຈຳນວນ 1.260.000 ບາດ ແລະ 21.850.000 ກີບ ມາມອບໃຫ້ລັດຖະບານລາວ ໃນວັນທີ 3 ເມສາ 2020 ທີ່ຜ່ານມາ.
ເງິນຈໍານວນດັ່ງກ່າວແມ່ນເພື່ອປະກອບສ່ວນໃນວຽກງານຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນ ສປປ ລາວ.
ການຊ່ວຍເຫຼືອດັ່ງກ່າວໄດ້ມອບໂດຍ ທ່ານ ຜູ້ຕາງໜ້າບັນດາພາກສ່ວນເອກະຊົນຂອງໄທ ໃນ ສປປ ລາວ ກ່າວຮັບ ໂດຍ ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ມາຮອດມື້ນີ້ ຈໍານວນຜູ້ຕິດເຊື້ອພະຍາດ ໂຄວິດ-19 ຢູ່ ສປປ ລາວ ຍັງແມ່ນ 10 ຄົນ ເທົ່າເດີມຈາກຜົນກວດກໍລະນີສົງໄສ ແລະ ເກັບຕົວຢ່າງມາກວດ 53 ຄົນ ໃນວັນທີ 3 ເມສາ 2020.
ເລີ່ມແຕ່ເດືອນມັງກອນ ຮອດວັນທີ 3 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 573 ຄົນ, ກວດພົບເຊື້ອມີພຽງແຕ່ 10 ຄົນ. ປະຈຸບັນຈຳນວນກໍລະນີໃກ້ຊິດສຳຜັດກັບຄົນເຈັບທີ່ກຳລັງຕິດຕາມມີ 216 ຄົນ ຄື ນະຄອນຫຼວງວຽງຈັນ 141 ຄົນ, ຫຼວງພະບາງ 49 ຄົນ, ອຸດົມໄຊ 24 ຄົນ, ຄຳມ່ວນ 2 ຄົນ.
ຂ່າວ-ພາບ: ເພັດໂພໄຊ