ກຸ່ມແກ້ງຄໍເຊັນເຕີ 49 ຄົນ ຖືກເຈົ້າໜ້າທີ່ວິຊາສະເພາະ ຈັບຕົວ ຢູ່ ເມືອງວັງວຽງ, ວຽງຄຳ ແລະ ເມືອງແກ້ວອຸດົມ ແຂວງວຽງຈັນ.
ກ່ອນທີ່ຈະກັກຕົວກຸ່ມແກ້ງດັ່ງກ່າວ, ໃນລະຫວ່າງວັນທີ 1-2 ມິຖຸນາ 2026 ທີ່ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະດັ່ງກ່າວ ໄດ້ລົງກວດກາຄົນຕ່າງປະເທດທີ່ເຂົ້າມາເຊົ່າເຮືອນພັກ ແລະ ເຮືອນຂອງປະຊາຊົນ ເພື່ອເປັນບ່ອນເຄື່ອນໄຫວກໍ່ອາຊະຍາກຳທາງລະບົບອິນເຕີເນັດ ຫຼື ຄໍເຊັນເຕີ ຈຳນວນ 3 ຈຸດ ພາຍໃນແຂວງວຽງຈັນ ຄື: ເຮືອນພັກແອຄຳ ບ້ານຂັນໝາກ ເມືອງວັງວຽງ ແຂວງວຽງຈັນ ພົບເຫັນຄົນຕ່າງປະເທດ ທັງໝົດ ຈຳນວນ 16 ຄົນ, ມີ 2 ສັນຊາດ, ສັນຊາດຈີນ 15 ຄົນ, ສັນຊາດສິງກະໂປ 1 ຄົນ; ເຮືອນປະຊາຊົນ ບ້ານນາປູນ, ເມືອງແກ້ວອຸດົມ, ແຂວງວຽງຈັນ ພົບເຫັນຄົນຕ່າງປະເທດທັງໝົດ 8 ຄົນ, ຍິງ 3 ຄົນ; ມີ 2 ສັນຊາດ, ສັນຊາດຟີລິບປິນ 7 ຄົນ, ຍິງ 3 ຄົນ, ສັນຊາດມາເລເຊຍ 1 ຄົນ; ເຮືອນປະຊາຊົນ ບ້ານເວີນສານ, ເມືອງວຽງຄຳ, ແຂວງວຽງຈັນ ພົບເຫັນຄົນຕ່າງປະເທດ ທັງໝົດ ຈຳນວນ 25 ຄົນ, ຍິງ 5 ຄົນ ເປັນສັນຊາດມາເລເຊຍ ທັງໝົດ.
ຜ່ານການກວດກາ ພົບເຫັນເອກະສານໜັງສືຜ່ານແດນ (PASSPORT) ທັງໝົດ ຈຳນວນ 35 ຫົວ ກວດພົບເຄື່ອງມືອີເລັກໂຕນິກ ແລະ ເຄືອງມືອື່ນໆ ຈຳນວນຫຼາຍລາຍການ ທີ່ນຳໃຊ້ເຂົ້າໃນການ ເຄື່ອນໄຫວກະທຳຜິດເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ກັກຕົວພວກກ່ຽວ ພ້ອມດ້ວຍເອກະສານ ແລະ ເຄື່ອງມືອີເລັກໂຕນິກຕ່າງໆ ມອບໃຫ້ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ເພື່ອສືບຕໍ່ດໍາເນີນຄະດີຕໍ່ພວກກ່ຽວ ຕາມລະບຽບກົດໝາຍ.
ທີ່ມາ: ປກສ ແຂວງວຽງຈັນ

