ອຄ ແຂວງສະຫວັນນະເຂດ ທໍາລາຍສິນຄ້າ ລະເມີດຊັບສິນທາງປັນຍາ

ອຄ ແຂວງສະຫວັນນະເຂດ ທໍາລາຍສິນຄ້າ ລະເມີດຊັບສິນທາງປັນຍາ

ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງສະຫວັນນະເຂດ ໄດ້ທຳລາຍສິນຄ້າທີ່ລະເມີດຊັບສິນທາງປັນຍາ ປະເພດເຄື່ອງໝາຍການຄ້າຍີ່ຫໍ້ “ປືນໃຫຍ່ຄູ່” ເມື່ອມໍ່ໆມານີ້ ຢູ່ບໍລິເວນເດີ່ນພະແນກການດັ່ງກ່າວ.

ທ່ານ ນາງ ຄູນມີ ນາມປັນຍາ ຮອງຫົວໜ້າຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ໄດ້ລາຍງານໃຫ້ຮູ້ວ່າ: ການທໍາລາຍສິນຄ້າທີ່ລະເມີດຊັບສິນທາງປັນຍາ ປະເພດເຄື່ອງໝາຍການຄ້າຍີ່ຫໍ້ “ປືນໃຫຍ່ຄູ່” ໃນມື້ນີ້ເປັນປະເພດຢາງຕີນລົດໄຖນາ ແລະ ອຸປະກອນການກະເສດ ຈຳນວນທັງໝົດ 944 ຊີ້ນ, ປະກອບມີ: ຢາງໜ້າລົດໄຖ ຈຳນວນ 124 ເສັ້ນ, ຢາງຫຼັງລົດໄຖ 107 ເສັ້ນ, ໂຄງພານໃບໄຖສີສົ້ມ 42 ຊິ້ນ, ເພົາຫຼັງລົດໄຖສີສົ້ມ-ຂາວ 70 ຊິ້ນ, ເພົາຫຼັງລົດໄຖສີສົ້ມ-ຂຽວ 5 ຊິ້ນ, ເພົາຫຼັງລົດໄຖນາສີດຳ 102 ຊິ້ນ, ລໍ້ລາກລົດໄຖສີດຳ167 ຊິ້ນ, ຄໍລາກລົດໄຖສີສົ້ມ 156 ຊິ້ນ, ຊັງລົດໄຖສີສົ້ມ 109 ຊິ້ນ, ຄານໃບໄຖສີຟ້າອີກຈຳນວນ 62 ຊິ້ນ, ລວມເປັນມູນຄ່າ 510 ລ້ານກວ່າກີບ.

ສິນຄ້າດັ່ງກ່າວຍຶດໄດ້ຈາກບັນດາຮ້ານຢູ່ບ້ານໄຊຍະມຸງຄຸນ, ເມືອງອຸທຸມພອນແຂວງສະຫວັນນະເຂດ ໃນວັນທີ 5 ພຶດສະພາ 2026 ທີ່ຜ່ານມາ, ໂດຍຂະແໜງການ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເຮັດບົດບັນທຶກ ພ້ອມທັງສຶກສາອົບຮົມເຈົ້າຂອງຮ້ານທີ່ຂາຍອຸປະກອນດັ່ງກ່າວ ແລະ ຖ້າມີຄັ້ງຕໍ່ໄປ ແມ່ນຈະປະຕິບັດຕາມມາດຕະການຢ່າງເຂັ້ມງວດ ໂດຍຈະໄດ້ອາຍັດສິນຄ້າ ແລະ ປັບໃໝຜູ້ທີ່ກະທຳຜິດຕາມລະບຽບກົດໝາຍ.

ທີ່ມາ: ສະຫວັນພັດທະນາ

 

Related Articles

Leave a Reply