ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຄື່ອນໄຫວທັດສະນະ ຢູ່ ແຂວງເຈີ້ຈ່ຽງ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຄື່ອນໄຫວທັດສະນະ ຢູ່ ແຂວງເຈີ້ຈ່ຽງ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໝູ່ບ້ານ ຢູຊຸນ ເມືອງອານຈີ ນະຄອນຫູໂຈ ໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2026 ທີ່ຜ່ານມານີ້.

ໝູ່ບ້ານ ຢູຊຸນ ເປັນສະຖານທີ່ກໍາເນີດຂອງ ແນວຄິດ “ພູຂຽວນໍ້າໃສ ຄື ພູເງິນພູຄໍາ” ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປ ຈີນ. ແນວຄິດ “ພູຂຽວນໍ້າໃສ ຄື ພູເງິນພູຄໍາ” ແມ່ນການຍົກລະດັບໃໝ່ທາງດ້ານແນວຄິດ ຂອງການພັດທະນາ, ແນວຄິດດ້ານລະບົບນິເວດວິທະຍາ ແລະ ແນວຄິດດ້ານຄວາມສີວິໄລ ຊຶ່ງເປັນແນວຄິດຫຼັກຂອງ “ແນວຄິດຄວາມສີວິໄລທາງດ້ານລະບົບນິເວດວິທະຍາຂອງ ສະຫາຍ ສີ ຈິ້ນຜິງ”. ແນວຄິດນີ້ໄດ້ຖືກບັນຈຸເຂົ້າໃນບົດລາຍງານ ແລະ ກົດລະບຽບຂອງພັກກອມມູນິດຈີນ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIX ຊຶ່ງໄດ້ປ່ຽນແປງແຂວງເຈີ້ຈ່ຽງຢ່າງເລິກເຊິ່ງ, ກໍຄືປະກອບສ່ວນການພັດທະນາຕໍ່ປະເທດຈີນ ແລະ ຕໍ່ໂລກ. ຜົນຈາກການພັດທະນາໂຄງການດັ່ງກ່າວ ເຮັດໃຫ້ແຂວງເຈີ້ຈ່ຽງໄດ້ຮັບລາງວັນ Champion On Earth ດ້ານສິ່ງແວດລ້ອມໃນປີ 2018 ຈາກອົງການສິ່ງແວດລ້ອມຂອງ ສປຊ, ນອກຈາກນີ້ ນະຄອນຫູໂຈ ຍັງໄດ້ເປັນເມືອງທໍາອິດຂອງ ສປ ຈີນ ທີ່ໄດ້ຮັບລາງວັນທີ່ຢູ່ອາໄສແຫ່ງ ສປຊ ແລະ ໝູ່ບ້ານ ຢຸນຊຸນ ຍັງໄດ້ຮັບການຍ້ອງຍໍເປັນບ້ານທ່ອງ ທ່ຽວດີເດັ່ນຈາກ ອົງການທ່ອງທ່ຽວໂລກ.

ຫຼັງຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ ໄດ້ໄປຢ້ຽມຢາມ ສູນວາງສະແດງຜະລິດ ຕະພັນໄມ້ໄຜ່ ທີ່ທົດແທນພລາສຕິກ ຂອງເມືອງອານຈີ ຊຶ່ງເປັນສະຖານທີ່ສໍາຄັນໃນການສົ່ງເສີມແນວ ຄິດການພັດທະນາແບບສີຂຽວ ແລະ ກາກບອນຕໍ່າ. ສູນແຫ່ງນີ້ໄດ້ຖືກສ້າງຂຶ້ນເພື່ອຕອບສະໜອງ ຕໍ່ຂໍ້ລິເລີ່ມ “ການນໍາໃຊ້ໄມ້ໄຜ່ແທນພລາສຕິກ” ຂອງອົງການສະຫະປະຊາຊາດ ແລະ ລັດຖະບານຈີນ ໂດຍມີຈຸດປະສົງເພື່ອສະແດງໃຫ້ເຫັນເຖິງທ່າ ແຮງອັນມະຫາສານຂອງອຸດສາຫະກໍາໄມ້ໄຜ່ ໃນການແກ້ໄຂບັນຫາສິ່ງແວດລ້ອມ ແລະ ການຫຼຸດຜ່ອນມົນລະພິດຈາກພລາສຕິກ.

ໃນຕອນບ່າຍ, ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະ ນະໄດ້ໄປຢ້ຽມຢາມກຸ່ມໝູ່ບ້ານໂຮມສະເຕ “ສຽວຢິນ-ປ້ານຣືຊຸນ” ຊຶ່ງເປັນໝູ່ບ້ານຕົວແບບ ໃນການ ຫັນເອົາເຮືອນປະຊາຊົນ ມາເປັນສະຖານທີ່ທ່ອງທ່ຽວ ແລະ ພັກຜ່ອນຄົບວົງຈອນ. ໝູ່ບ້ານດັ່ງກ່າວ ຕັ້ງຢູ່ໃນເຂດພັກຜ່ອນທ່ອງທ່ຽວລະດັບຊາດຫຼິງເຟິງ, ເມືອງອານຈີ ມີເນື້ອທີ່ທັງໝົດ 161 ເຮັກຕາ ຊຶ່ງໄດ້ພັດທະນາໂດຍອີງໃສ່ອົງປະກອບດ້ານເສດຖະກິດ ການພັກຜ່ອນ ເຊັ່ນ: “ການກິນ, ການພັກ ເຊົາ, ການທ່ອງທ່ຽວ, ການຊື້ເຄື່ອງ, ຄວາມບັນເທີງ ແລະ ການດູແລສຸຂະພາບ”. ນັບແຕ່ເປີດບໍລິການ ເປັນຕົ້ນມາ, ກຸ່ມໝູ່ບ້ານໂຮມສະເຕ “ສຽວຢິນ-ປ້ານຣືຊຸນ” ໄດ້ຕ້ອນຮັບນັກທ່ອງທ່ຽວ ສະເລ່ຍ 300,000 ເທື່ອຄົນຕໍ່ປີ, ສ້າງວຽກເຮັດງານທໍາໃຫ້ແກ່ຊາວບ້ານໃນ ພື້ນທີ່, ສ້າງຍອດຂາຍຜະລິດຕະ ພັນກະສິກໍາໄດ້ຫຼາຍກວ່າ 1 ລ້ານຢວນ.

ຫຼັງຈາກນັ້ນ, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ກໍໄດ້ໄປຢ້ຽມຊົມເຂດທັດສະນີຍະ ພາບທະເລສາບຊີຫູ ທີ່ໄດ້ຮັບການພັດທະນາ ແລະ ຄຸ້ມຄອງທີ່ກົມກຽວລະຫວ່າງທໍາມະຊາດ ແລະ ການພັດທະນາ. ທະເລສາບດັ່ງກ່າວ ຕັ້ງຢູ່ນະຄອນຫາງໂຈ ແຂວງເຈີ້ຈ່ຽງ ມີເນື້ອທີ່ລວມທັງໝົດເຖິງ 59.04 ກິໂລຕາແມັດ, ໃນນັ້ນມີເຂດປົກປັກຮັກສາອ້ອມຂ້າງ ຈໍານວນ 35.64 ກິໂລຕາແມັດ, ມີສະຖານທີ່ທ່ອງທ່ຽວເຖິງ 122 ແຫ່ງ ປະກອບດ້ວຍສະຖານທີ່ທີ່ມີເອກະລັກສະເພາະ, ບ່ອນທ່ອງ ທ່ຽວລະດັບຕ່າງໆ, ຈຸດປົກປັກຮັກສາມໍລະດົກວັດທະນະທໍາ ແລະ ພິພິຕະພັນຕ່າງໆ ທີ່ກະແຈກກະ ຈາຍຢູ່ທົ່ວເຂດດັ່ງກ່າວ. ໃນປີ 1985, ເຂດທັດສະນີຍະພາບທະເລສາບຊີຫູ ໄດ້ຖືກຄັດເລືອກໃຫ້ເປັນ ໜຶ່ງໃນ “10 ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງທີ່ສຸດຂອງປະເທດຈີນ”, ໃນປີ 2007 ໄດ້ຖືກຈັດອັນດັບ ໃຫ້ເປັນ “ສະຖານທີ່ທ່ອງທ່ຽວລະດັບ 5A ຂອງຊາດ” ແລະ ໃນປີ 2011 ກໍໄດ້ຖືກບັນຈຸເຂົ້າໃນ “ບັນຊີລາຍຊື່ມໍລະດົກໂລກ” ຢ່າງເປັນທາງການ.

ຂ່າວ: ກຕທ

Related Articles

Leave a Reply