ລາວ ເປັນເຈົ້າພາບກຸ່ມ H ບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ

ລາວ ເປັນເຈົ້າພາບກຸ່ມ H ບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ

ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ 2027( AFC U20 Asian Cup China 2027™ QUALIFIERS), ໂດຍແບ່ງອອກເປັນ 8 ກຸ່ມ, ກຸ່ມລະ 4 ທີມ. ລາວ (ເປັນເຈົ້າພາບ) ຈັດການແຂ່ງຂັນຢູ່ໃນກຸ່ມ H ປະກອບມີ: ອົດສະຕຣາລີ, ອິນໂດເນເຊຍ ແລະ ມາເລເຊຍ.

ການແຂ່ງຂັນຮອບຄັດເລືອກລາຍການນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 31 ສິງຫາ ຫາ 6 ກັນຍາ 2026 ຊຶ່ງທີມທີ່ເປັນແຊ້ມກຸ່ມ ແລະ ຮອງແຊ້ມກຸ່ມ 7 ທີມທີ່ດີທີ່ສຸດ ແມ່ນຈະໄດ້ຜ່ານເຂົ້າສູ່ຮອບສຸດທ້າຍ ແລະ ທີມທີ່ໄດ້ອັນດັບສຸດທ້າຍໃນຮອບຄັດເລືອກແມ່ນຈະຕ້ອງໄປຫຼິ້ນໃນຮອບ Development Phrase ໃນການແຂ່ງຂັນຮອບຄັດເລືອກຄັ້ງຕໍ່ໄປ.

ທີ່ມາ: ສຕລ

Related Articles

Leave a Reply