ຈາກມິດຕະພາບທີ່ຜ່ານຜ່າການທົບສອບ ສູ່ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກຳທີ່ເປັນຕົວແບບ
ໂດຍ: ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ
ປີ 2026ນີ້ ເປັນປີທີ່ມີຄວາມໝາຍສຳຄັນຍິ່ງ, ເປັນຂີດໝາຍ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ, ເຊິ່ງສອງຝ່າຍໄດ້ກຳນົດເອົາ ປີ 2026 ເປັນ “ປີມິດຕະພາບ ລາວ-ຈີນ” ແລະ ໄດ້ຈັດຕັ້ງຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງຮ່ວມກັນດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ.
ຕະຫຼອດໄລຍະ 6 ທົດສະວັດເຄິ່ງທີ່ຜ່ານມາ, ສາຍພົວພັນລະຫວ່າງສອງຊາດ ລາວ-ຈີນ ໄດ້ຜ່ານຜ່າການທົດສອບຈາກການປ່ຽນແປງ ແລະ ຄວາມບໍ່ແນ່ນອນຂອງສະພາບການສາກົນມາໄດ້ຢ່າງໝັ້ນຄົງ. ເຖິງວ່າສະພາບການໂລກຈະຜັນແປໄປຄືແນວໃດກໍຕາມ, ແຕ່ມິດຕະພາບອັນເປັນມູນເຊື້ອຂອງສອງປະເທດ ຍັງຄົງໜັກແໜ້ນ, ເຂັ້ມແຂງ ແລະ ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ. ສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງຄຸນຄ່າທາງອຸດົມການ ແລະ ການເປັນຄູ່ຮ່ວມຍຸດທະສາດ ທີ່ໝັ້ນຄົງ ແລະ ມີຊີວິດຊີວາທີ່ພົ້ນເດັ່ນຂອງສາຍພົວພັນສອງຝ່າຍ ລາວ-ຈີນ, ຈີນ-ລາວ.
ບົນພື້ນຖານຈິດໃຈ “4 ດີ” ຄື: ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມທີ່ດີ, ສອງປະເທດ ລາວ-ຈີນ ໄດ້ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2009. ນີ້ຄືພື້ນຖານທາງດ້ານການເມືອງອັນໜັກແໜ້ນ ທີ່ເປັນເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການຂະຫຍາຍການຮ່ວມມືໃນທຸກຂົງເຂດ. ກ້າວມາຮອດປີ 2017, ສອງພັກ ແລະ ສອງລັດ ຈຶ່ງເພີ່ມທະວີການພົວພັນ ກ້າວສູ່ການສ້າງ ຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ຊຶ່ງຖືເປັນການເປີດສັງກາດໃໝ່ໃນການຮັດແໜ້ນຄວາມສາມັກຄີ, ຍົກລະດັບຄວາມໄວ້ເນື້ອເຊື່ອໃຈ ແລະ ຫັນການປະສານງານທາງດ້ານຍຸດທະສາດໃຫ້ເປັນຮູບປະທຳຢ່າງແທ້ຈິງ.
ໃນປັດຈຸບັນ, ສາຍພົວພັນສອງຊາດໄດ້ກ້າວສູ່ລະດັບທີ່ດີທີ່ສຸດໃນປະຫວັດສາດ, ກາຍເປັນແບບຢ່າງຂອງຄວາມສະເໝີພາບ, ການເຄົາລົບເຊິ່ງກັນ ແລະ ກັນ ບົນພື້ນຖານການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຄວາມເຊື່ອໝັ້ນທາງດ້ານການເມືອງລະດັບສູງ ແລະ ອຸດົມການທີ່ສອດຄ່ອງກັນ ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຢ່າງຕໍ່ເນື່ອງ.
ໃນຂົງເຂດການຮ່ວມມືດ້ານເສດຖະກິດ, ສປ ຈີນ ໄດ້ກາຍເປັນປະເທດຜູ້ລົງທຶນອັນດັບທີໜຶ່ງ ແລະ ເປັນຄູ່ຄ້າອັນດັບທີສອງຂອງ ສປປ ລາວ ໂດຍກວມເອົາຫຼາຍຂະແໜງການທີ່ມີທ່າແຮງຮ່ວມກັນ ເຊັ່ນ: ດ້ານພະລັງງານ, ບໍ່ແຮ່, ກະສິກຳ ແລະ ການພັດທະນາໂຄງລ່າງພື້ນຖານ, ເຊິ່ງໃນນີ້ ໂຄງການທີ່ໂດດເດັ່ນ ແລະ ເປັນສັນຍາລັກແຫ່ງຄວາມສຳເລັດທີ່ເຂັ້ມແຂງ ຄື “ເສັ້ນທາງລົດໄຟ ລາວ-ຈີນ” ອັນໄດ້ກາຍເປັນຕົວແບບຂອງການຮ່ວມມືພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ-ໜຶ່ງເສັ້ນທາງ” ທີ່ມີຄຸນະພາບສູງ. ໂຄງການນີ້ໄດ້ກາຍເປັນ “ແລວທາງຄຳ” ທີ່ເຊື່ອມຕໍ່ສອງປະເທດ ແລະ ພາກພື້ນ, ຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນທາງທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ, ເຊິ່ງໄດ້ສ້າງການປ່ຽນແປງອັນໃຫຍ່ຫຼວງ ແລະ ນຳເອົາໂອກາດອັນມະຫາສານ ໃຫ້ແກ່ການພັດທະນາ ຂອງ ສປປລາວ. ສປ ຈີນ ຍັງໄດ້ເປັນຄູ່ຮ່ວມພັດທະນາ ທີ່ສຳຄັນ ທີ່ໄດ້ໃຫ້ທຶນຊ່ວຍເຫຼືອ ແກ່ ສປປ ລາວ, ອັນພົ້ນເດັ່ນ ແມ່ນ ພັກ, ລັດ ແລະ ປະຊາຊົນຈີນ ໄດ້ໃຫ້ການຊ່ວຍເຫຼືອ “ໂຄງການ 4×100” ທີ່ປະກາດໂດຍ ປະທານ ສີ ຈິ້ນຜິງ ໃນປີ 2017 ອັນໄດ້ປະກອບສ່ວນສຳຄັນໃນການພັດທະນາສາທາລະນະສຸກ, ຊັບພະຍາກອນມະນຸດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວແບບຍືນຍົງ.
ໃນລະດັບພາກພື້ນ ແລະ ສາກົນ, ໃນສະພາບການໂລກທີ່ມີຄວາມບໍ່ແນ່ນອນ ໃນປັດຈຸບັນ,ຍິ່ງມີຄວາມຈໍາເປັນ ສໍາລັບບັນດາປະເທດກໍາລັງພັດທະນາໃນການຢືນຄຽງບ່າຄຽງໄຫຼ່ກັນ, ຍຶດໝັ້ນລັດທິຫຼາຍຝ່າຍ ເພື່ອສ້າງລະບຽບການໂລກທີ່ມີຄວາມເປັນທຳ, ຍຸຕິທຳ ແລະ ສະເໝີພາບ ຫຼາຍຂຶ້ນກວ່າເກົ່າ. ລາວ ແລະ ຈີນ ມີຄວາມໝາຍໝັ້ນຮ່ວມກັນ ໃນການສົ່ງເສີມການພັດທະນາ ແລະ ຮັບປະກັນວ່າ ຜົນປະໂຫຍດລວມຂອງໂລກາພິວັດ ຈະໄດ້ຮັບການແບ່ງປັນຢ່າງກວ້າງຂວາງ. ສປປ ລາວ ສະໜັບສະໜູນຢ່າງເຕັມສ່ວນຕໍ່ບັນດາຂໍ້ລິເລີ່ມທົ່ວໂລກຂອງຈີນ ເຊັ່ນ: ຂໍ້ລິເລີ່ມການພັດທະນາທົ່ວໂລກ, ຄວາມໝັ້ນຄົງທົ່ວໂລກ, ຄວາມສີວິໄລທົ່ວໂລກ ແລະ ການປົກຄອງທົ່ວໂລກ. ໃນຂອບອາຊຽນ, ລາວ ແລະ ຈີນ ໄດ້ສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງໃກ້ຊິດ ຜ່ານການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ຈີນ ທັງໝົດ 5 ສະບັບ ທີ່ກວມເອົາ 3 ເສົາຄ້ຳຂອງປະຊາຄົມອາຊຽນ ແລະ ການເຊື່ອມຈອດອາຊຽນ. ສປປ ລາວ ຕີລາຄາສູງຕໍ່ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ຈີນ ຄົບຮອບ 5 ປີ (2021-2026)ເຊິ່ງຈະໄດ້ຮ່ວມກັນຈັດບັນດາກິດຈະກຳ ເພື່ອສະເຫຼີມສະຫຼອງໂອກາດດັ່ງກ່າວແລະ ຂໍຂອບໃຈ ສປ ຈີນ ທີ່ຊ່ວຍເຫຼືອລາວໃນການເປັນປະທານອາຊຽນ 3 ຄັ້ງທີ່ຜ່ານມາ. ພ້ອມນີ້, ໃນປີ 2027, ສປປ ລາວ ກໍກຽມພ້ອມທີ່ຈະຮັບໜ້າທີ່ເປັນປະເທດປະສານງານການພົວພັນອາຊຽນ-ຈີນ ສໍາລັບໄລຍະ 2027-2030 ເພື່ອສືບຕໍ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ຈີນ ກໍຄື ສາຍພົວພັນສອງຝ່າຍ ລາວ-ຈີນ ໃຫ້ນັບມື້ນັບເລິກເຊິ່ງກວ່າເກົ່າ; ຄຽງຄູ່ກັນນັ້ນ, ໃນຂອບຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ລາວ ແລະ ຈີນ ໄດ້ຮ່ວມກັນເປີດສັງກາດໃໝ່ ໃນການຫັນປ່ຽນສາຍນ້ຳແຫ່ງທຳມະຊາດ ໃຫ້ກາຍເປັນສາຍນ້ຳແຫ່ງສັນຕິພາບ, ມິດຕະພາບ ແລະ ການພັດທະນາທີ່ຍືນຍົງ, ກາຍເປັນກົນໄກການຮ່ວມມືທີ່ມີປະສິດທິພາບ ແລະ ປະສິດທິຜົນ ຊຶ່ງສາມາດຫັນເອົາວິໄສທັດໃຫ້ກາຍເປັນໝາກຜົນທີ່ເປັນຮູບປະທໍາ.
ສປປ ລາວ ຂໍຢືນຢັນຄືນຄວາມໝາຍໝັ້ນອັນແນ່ວແນ່ ທີ່ຈະຮ່ວມມືກັບ ສປ ຈີນຢ່າງໃກ້ຊິດ, ປະສານຍຸດທະສາດການພັດທະນາຮ່ວມກັນຢ່າງຮອບດ້ານ, ສະໜັບສະໜູນຄວາມພະຍາຍາມໃນການພັດທະນາ ຂອງກັນ ແລະ ກັນ, ເພີ່ມທະວີການປະຕິຮູບ ແລະ ເປີດກວ້າງການຮ່ວມມືສາກົນ ແລະ ພ້ອມກັນເດີນຕາມເສັ້ນທາງການພັດທະນາສັງຄົມນິຍົມ ໂດຍສອດຄ່ອງກັບເງື່ອນໄຂຄວາມເປັນຈິງຂອງແຕ່ລະປະເທດ, ພ້ອມກັນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີແລະການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວໃຫ້ກ້າວເຂົ້າສູ່ລວງເລິກ,ມີມາດຕະຖານສູງ, ຄຸນະພາບສູງແລະລະດັບສູງເພື່ອນຳເອົາຄວາມສີວິໄລ ແລະ ຄວາມຜາສຸກມາສູ່ປະຊາຊົນສອງຊາດພວກເຮົາຢ່າງແທ້ຈິງ./.

