Vientiane Times Lao
ພົບຜູ້ຕິດພະຍາດໂຄວິດ-19 ເພີ່ມ 2 ຄົນ ລວມເປັນ 18

ພົບຜູ້ຕິດພະຍາດໂຄວິດ-19 ເພີ່ມ 2 ຄົນ ລວມເປັນ 18

ຄະນະສະເພາະກິດຢືນຢັນຕອນບ່າຍມື້ນີ້ ມີຜູ້ຕິດພະຍາດອັກເສບປອດຈາກເຊື້ອ ຈຸລະໂລກສາຍພັນໃໝ່ ໂຄວິດ-19 ເພີ່ມອີກ 2 ຄົນ ເປັນເພດຍິງ ຢູ່ບ້ານໜອງດ້ວງທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ມາຮອດປະຈຸບັນທົ່ວປະເທດມີຜູ້ຕິດເຊື້ອທັງໝົດ 18 ຄົນ.

ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການ ຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍວັນທີ 11 ເມສາ 2020 ນີ້ ວ່າ ທີມແພດໝໍ ໄດ້ເກັບຕົວຢ່າງມາກວດທັງໝົດ 62 ຄົນ ໃນວັນທີ 10 ເມສາ 2020, ໃນນັ້ນ ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 21 ຄົນ, ກໍລະນີສົງໄສໃໝ່ ມີ 40 ຄົນ, ຜູ້ໄປອອກແຮງງານທີ່ກັບມາແຕ່ໄທ 01 ຄົນ. 

ສ່ວນ 2 ກໍລະນີທີ່ພົບເຊື້ອແມ່ນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜູ້ທີ 16 ເຊິ່ງລາຍລະອຽດໃນການເຄື່ອນໄຫວມີດັ່ງນີ້:

ກໍລະນີ ທີ 17: ເພດຍິງ ອາຍຸ 32 ປີ, ອາຊີບ: ຫວ່າງງານ, ໜ່ວຍ 01, ອາໄສຢູ່ຫ້ອງແຖວ ທີ່ຂຶ້ນກັບບ້ານໜອງດ້ວງທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ (ຢູ່ຫ້ອງແຖວ ເບີ 7). ຜູ້ກ່ຽວສໍາຜັດໃກ້ຊິດກັບກໍລະນີທີ 16 (ເພດຍິງ ອາຍຸ 23 ປີ ຢູ່ຫ້ອງແຖວດຽວກັນ, ຫ້ອງແຖວເບີ 8).

ວັນທີ 4 ເມສາ 2020: ຜູ້ກ່ຽວໄດ້ກິນເຂົ້າຮ່ວມກັບກໍລະນີທີ 16 ຢູ່ຫ້ອງແຖວດຽວກັນ ຫ້ອງເບີ 8 (ກິນນໍາກັນທັງໝົດ 4 ຄົນ ລວມ ທັງຜູ້ກ່ຽວ, ເພດຊາຍ 02 ຄົນ ແລະ ກໍລະນີ ຢັ້ງຢືນທີ 16). ວັນທີ 5-6 ເມສາ 2020 ເຂົາເຈົ້າຍັງໄດ້ມີການພົວພັນໄປມາຫາສູ່ກັນເປັນປົກກະຕິ.

ວັນທີ 7 ເມສາ 2020: ຜູ້ກ່ຽວເລີ່ມຮູ້ສຶກຄີງຮ້ອນ, ໄອແຫ້ງ ແລະ ປວດຕົນໂຕ, ໄດ້ໄປຊື້ຢາຢູ່ຮ້ານຂາຍຢາມາກິນເອງ ແລະ ຍັງໄດ້ກິນເຂົ້າກັບເພື່ອນຢູ່ຫ້ອງແຖວດຽວກັນຈໍານວນ 04 ຄົນ.

ວັນທີ 08-09 ເມສາ 2020: ຍັງມີອາການບໍ່ດີຂຶ້ນ ແຕ່ຜູ້ກ່ຽວໄດ້ພັກຜ່ອນຢູ່ຫ້ອງແຖວ ແລະ ວັນທີ 10 ເມສາ 2020: ພາຍຫຼັງທີ່ກໍລະນີທີ 16 ຖືກຢັ້ງຢືນວ່າຕິດເຊື້ອໃນວັນທີ 09 ທີມງານແພດໄດ້ໂທຕິດຕໍ່ຫາຜູ້ກ່ຽວ ແລະ ສົ່ງລົດໂຮງໝໍໄປຮັບເອົາຜູ້ກ່ຽວມາກວດຫາເຊື້ອ ແລະ ເຂົ້ານອນຕິດຕາມ, ປິ່ນປົວຢູ່ໂຮງໝໍມິດຕະພາບ.

ສັງລວມຜູ້ສໍາຜັດໃກ້ຊິດກັບກໍລະນີີທີ 17 ທັງໝົດມີ  06 ຄົນ (ເຊິ່ງເປັນໝູ່ຢູ່ຫ້ອງແຖວດຽວກັນ ທີ່ກິນເຂົ້າຮ່ວມກັນ ແລະ ໝູ່ທີ່ກິນເຂົ້ານຳກັນຢູ່ບ້ານສາລາຄຳ).

ກໍລະນີທີ 18: ເພດຍິງ, ອາຍຸ 32 ປີ, ອາຊີບ: ຫວ່າງງານ (ເປັນໝູ່ໃກ້ຊິດໃຊ້ຊິວິດຮ່ວມກັນຢູ່ຫ້ອງດຽວກັນກັບກໍລະນີຢັ້ງຢືນຜູ້ທີ 17) ລົດໂຮງໝໍ ໄດ້ຮັບໄປໂຮງໝໍໃນເວລາດຽວກັນ.

ຈໍານວນຜູ້ສໍາຜັດໃກ້ຊິດທັງໝົດ ທີ່ໄດ້ຕິດຕາມ ແຕ່ວັນທີ 23 ມີນາ-ວັນທີ 10 ເມສາ 2020 ມີ ທັງໝົດ 388 ຄົນ, ໝົດກໍານົດຕິດຕາມທັງໝົດ 307 ຄົນ, ຍັງສືບຕໍ່ຕິດຕາມທັງໝົດ 81 ຄົນ, ເຊິ່ງມີລາຍລະອຽດ ດັ່ງລຸມນີ້:

ນະຄອນຫຼວງວຽງຈັນ 40 ຄົນ, ແຂວງໄຊສົມບູນ 36 ຄົນ, ແຂວງຫຼວງພະບາງ 2 ຄົນ, ແຂວງຄຳມ່ວນ 2 ຄົນ ແລະ  ແຂວງວຽງຈັນ 1 ຄົນ.

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ

Related Articles

Leave a Reply