ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຄໍາອວຍພອນຫາພີ່ນ້ອງຮ່ວມຊາດ ຕະຫຼອດເຖິງຄົນເຊື້ອຊາດລາວທຸກທ່ານ ທີ່ອາໄສຢູ່ຕ່າງປະເທດ ກໍ່ຄືຊາວຕ່າງປະເທດ ທີ່ດຳລົງຊີວິດຢູ່ ສປປ ລາວ, ໃນໂອກາດປີໃໝ່ລາວ ພສ 2563 ເຊິ່ງ ທ່ານໄດ້ກ່າວວ່າ;
– ພີ່ນ້ອງຮ່ວມຊາດ ແລະ ເຊື້ອຊາດລາວ ທີ່ຮັກແພງທັງຫຼາຍ,
ໃນໂອກາດສົ່ງທ້າຍປີເກົ່າ ປີກຸນ ພສ 2562 ແລະ ຕ້ອນຮັບປີໃໝ່ ປີ ຊວດ ພສ 2563 ເຊິ່ງເປັນປາງບຸນໜຶ່ງໃນຮີດ 12 ທີ່ໄດ້ປະຕິບັດສືບທອດກັນມາແຕ່ບູຮານນະການຈາກບັນພະບູລຸດຂອງພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດອັນເປັນສິລິມຸງຄຸນນີ້ ສົ່ງຄໍາອວຍພອນອັນປະເສີດມາຍັງພີ່ນ້ອງຮ່ວມຊາດ ຕະຫຼອດເຖິງຄົນເຊື້ອຊາດລາວ ທຸກທ່ານ ທີ່ອາໄສຢູ່ຕ່າງປະເທດກໍ່ຄືຊາວຕ່າງປະເທດທີ່ດຳລົງຊີວິດ, ປະຕິບັດໜ້າທີ່ ແລະ ທໍາມາຫາກິນຢູ່ ສປປ ລາວ. ຂໍໃຫ້ທຸກໆທ່ານຈົ່ງມີສຸຂະພາບເຂັ້ມແຂງ, ພາລະນາໄມສົມບູນ, ສຸກກາຍສຸກໃຈ ແລະ ມີຄວາມຈະເລີນກ້າວໜ້າທຸກປະການ.
– ພີ່ນ້ອງຮ່ວມຊາດ ແລະ ເຊື້ອຊາດລາວ ທີ່ຮັກແພງທັງຫຼາຍ, ໃນປີເກົ່າ ພສ 2562 ທີ່ ພວມກ້າວລ່ວງໄປນີ້ເປັນປີແຫ່ງຄວາມພະຍາຍາມບຸກບືນຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດໃນການອອກແຮງແຂ່ງຂັນກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ 8 ຢ່າງເປັນຂະບວນຟົດຟື້ນ ໂດຍໄດ້ຮັບໝາກຜົນທີ່ເປັນຮູບປະທໍາໃນຫຼາຍດ້ານ. ພ້ອມດຽວກັນ, ຂ້າພະເຈົ້າມີຄວາມພາກພູມໃຈທີ່ເຫັນວ່າ ຕະຫຼອດໄລຍະໜຶ່ງປີທີ່ຜ່ານມາ, ພາຍໃຕ້ການນໍາພາຢ່າງໃກ້ຊິດຂອງ ພັກ-ລັດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຊົນລາວບັນດາເຜົ່າ, ສປປ ລາວ ສາມາດສ້າງຜົນງານອັນໃຫຍ່ຫຼວງຫຼາຍດ້ານ, ມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດແຫ່ງຊາດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງດ້ວຍຈັງຫວະການຂະຫຍາຍຕົວ 6,4%, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນໄດ້ 2.683 ໂດລາສະຫະລັດ.
ຂົງເຂດການສຶກສາ, ວັດທະນະທໍາ-ສັງຄົມກໍ່ໄດ້ຮັບການເອົາໃຈໃສ່ຢ່າງຈິງຈັງ, ລະບົບການເມືອງ-ການປົກຄອງ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າ; ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ປະຊາຊົນລາວເຮົາມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ກໍ່ໄດ້ຮັບການປັບປຸງແກ້ໄຂໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ເກີດມີຄອບຄົວຕົວແບບພົ້ນທຸກນັບມື້ນັບຫຼາຍ; ການພົວພັນຮ່ວມມືລະຫວ່າງປະເທດເຮົາກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ແລະ ຖານະບົດບາດອິດທິພົນຂອງ ສປປ ລາວ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ນະໂອກາດນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ການນໍາພັກ-ລັດ ສະແດງຄວາມຊົມເຊີຍສັນລະເສີນ, ຄວາມຂອບໃຈຢ່າງຈິງໃຈມາຍັງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ພີ່ນ້ອງຮ່ວມຊາດທຸກເຜົ່າ-ທຸກຊັ້ນຄົນ ໃນຂອບເຂດທົ່ວປະເທດ, ພີ່ນ້ອງເຊື້ອຊາດລາວທີ່ຢູ່ຕ່າງປະເທດ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດລວມຂອງຊາດດ້ວຍຄວາມເປັນເຈົ້າການ, ຫ້າວຫັນຕະຫຼອດປີທີ່ຜ່ານມາ.
– ພີ່ນ້ອງຮ່ວມຊາດ ແລະ ເຊື້ອຊາດລາວ ທີ່ຮັກແພງທັງຫຼາຍ, ປີຊວດ ພສ 2563 ທີ່ພວມກ້າວເຂົ້າມາເປັນປີທີ່ມີຄວາມໝາຍສໍາຄັນສໍາລັບ ສປປ ລາວ ເຮົາ, ຊຶ່ງເປັນປີມ້ວນທ້າຍແຫ່ງການຈັດຕັ້ງຜັນຂະຫຍາຍໜ້າທີ່ວຽກງານຫຼາຍຢ່າງທີ່ສໍາຄັນຂອງພັກ ແລະ ຂອງຊາດ. ໃນນັ້ນ, ພວກເຮົາຈະໄດ້ພ້ອມກັນສຸມໃສ່ການແກ້ໄຂຄວາມທຸກຍາກຂອງ ປະຊາຊົນ, ໂດຍສະເພາະການຟື້ນຟູປົວແປງຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດໃນຫວ່າງແລ້ວນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ຈັດຕັ້ງປະຕິບັດເປົ້າໝາຍ “ສູ້ຊົນພັດທະນາປະເທດເຮົາໃຫ້ຫຼຸດພົ້ນ ອອກຈາກສະຖານະພາບຄວາມດ້ອຍພັດທະນາ ໃນອະນາຄົດອັນໃກ້ນີ້ ເພື່ອກ້າວໄປສູ່ປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງ ສູງຕາມທິດພັດທະນາສີຂຽວ ແລະ ຍືນຍົງເມື່ອເຖິງປີ 2030”.
ເຖິງຢ່າງໃດກໍຕາມ, ການບັນລຸເປົ້າໝາຍດັ່ງກ່າວ ຖືເປັນພາລະກິດອັນໜັກໜ່ວງຂອງ ພັກ-ລັດ ແລະ ປວງຊົນລາວທັງຊາດ ເນື່ອງຈາກ ສປປ ລາວ ຍັງປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍ້ອນເກີດໄພພິບັດທໍາມະຊາດ, ພະຍາດລະບາດ ແລະ ໄພແຫ້ງແລ້ງຖະຫຼົ່ມໃສ່ປະເທດພວກເຮົາຫຼາຍຄັ້ງໃນຊຸມປີຜ່ານມາ. ຍິ່ງໄປກວ່ານັ້ນ, ປັດຈຸບັນຫຼາຍປະເທດໃນທົ່ວໂລກລວມທັງ ສປປ ລາວ ເຮົາ ພວມປະເຊີນກັບວິກິດການແຜ່ລະບາດຮ້າຍແຮງ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19, ເຊິ່ງໄດ້ສົ່ງຜົນກະທົບເປັນວົງກວ້າງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດຂອງບັນດາປະຊາຊາດໃນໂລກ.
ເວົ້າສະເພາະຢູ່ ສປປ ລາວ ເຮົາ, ພັກ ແລະ ລັດຖະບານ ແມ່ນມີຄວາມເປັນຫ່ວງເປັນໃຍທີ່ສຸດໃນການກັນ, ໂຕ້ຕອບ ແລະ ແກ້ໄຂ ກ່ຽວກັບພະຍາດນີ້, ໃນນັ້ນ ໄດ້ມີການຕິດຕາມສະພາບການຢ່າງໃກ້ຊິດ, ປະເມີນສະຖານະການຢ່າງສະໝ່ຳສະເໝີ ເພື່ອວາງມາດຕະການໃຫ້ເໝາະສົມ ແລະ ເຂົ້າກັບສະພາບການຢ່າງທັນເວລາ ເພື່ອຫຼຸດຜ່ອນການເຈັບເປັນ ຂອງປະຊາຊົນ ແລະ ຈໍາກັດການແຜ່ລະບາດຂອງພະຍາດໃນຄັ້ງນີ້ໃຫ້ຢູ່ໃນວົງແຄບ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງ ມາຍັງສ່ວນບຸກຄົນ, ນິຕິບຸກຄົນ ແລະ ພາກສ່ວນຕ່າງໆໃນສັງຄົມ ທັງພາກລັດ ແລະ ເອກະຊົນ ຈົ່ງໃຫ້ການຮ່ວມມື ແລະ ປະຕິບັດຕາມມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດໄດ້ປະກາດອອກໄປແລ້ວນັ້ນຢ່າງເຂັ້ມງວດ.
ພ້ອມດຽວກັນ, ຂ້າພະເຈົ້າ ຂໍຖືໂອກາດນີ້ ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຄວາມຂອບໃຈ ຢ່າງຈິງໃຈມາຍັງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງທັນການຕໍ່ພາລະກິດດັ່ງກ່າວນີ້ດ້ວຍ.
– ພີ່ນ້ອງຮ່ວມຊາດ ແລະ ເຊື້ອຊາດລາວ ທີ່ຮັກແພງທັງຫຼາຍ,
ຕໍ່ໜ້າສະພາບການດັ່ງທີ່ກ່າວມາຂ້າງເທິງນັ້ນ, ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງອີກເທື່ອໜຶ່ງມາຍັງພີ່ນ້ອງຮ່ວມຊາດ, ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ຈົ່ງພ້ອມກັນເພີ່ມທະວີຮັກສາມູນເຊື້ອຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາ, ຜ່ານຜ່າສະພາບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບ ໃນປັດຈຸບັນ, ສືບຕໍ່ເສີມຂະຫຍາຍຜົນສໍາ ເລັດອັນດີງາມ ແລະ ຕັ້ງໜ້າແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງໃນປີທີ່ຜ່ານມາໃຫ້ຫຼຸດໜ້ອຍຖອຍລົງ; ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດຈົ່ງອ່ວຍໜ້າກັບມາຫາປະເທດບ້ານເກີດຂອງເຊື້ອເຜົ່າພົງພັນພວກເຮົາ ຮ່ວມກັບປະຊາຊົນໃນຊາດ ເພື່ອຮ່ວມກັນເຮັດໃຫ້ປະເທດຊາດທີ່ແສນຮັກຂອງພວກເຮົາມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີ ຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລຍິ່ງໆຂຶ້ນໄປ.
ຂໍອວຍພອນໃຫ້ປີໃໝ່ ປີຊວດ ພສ 2563 ນຳເອົາໂຊກໄຊ, ຜົນສຳເລັດໃໝ່ ແລະ ຄວາມຢູ່ເຢັນເປັນສຸກມາສູ່ປວງຊົນລາວທັງຊາດດ້ວຍເທີ້ນ.
ສະບາຍດີປີໃໝ່
ຂໍຂອບໃຈ