ຄະນະສະເພາະກິດ ແມ່ນມີຄວາມເປັນຫ່ວງ ເປັນໃຍຕໍ່ສຸຂະພາບຂອງປະຊາຊົນເປັນທີ່ສຸດ, ການວາງມາດຕະການຫຼາຍໆຢ່າງ ແມ່ນເພື່ອຫຼຸດ ຜ່ອນ ແລະ ຢັບຢັ້ງການລະບາດການແຜ່ລາມ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19.
ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ແນະນໍາໃນໂອກາດຖະແຫຼງ ຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍມື້ວານນີ້ວ່າ ໃນບາງເຂດ, ບາງພາກສ່ວນ ແລະ ບາງຄົນ ຍັງຖືເບົາ ບໍ່ເຫັນຄວາມສຳຄັນໃນການຈັດຕັ້ງ ປະຕິບັດ ໂດຍສະເພາະການຈຳກັດບໍລິເວນ ເມື່ອເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຫຼື ເດີນທາງມາແຕ່ເຂດລະບາດ.
ໃນໂອກາດບຸນປີໃໝ່ລາວ ແມ່ນຢາກຮຽກຮ້ອງໃຫ້ທຸກໆຄົນ ເອົາໃຈໃສ່ຮ່ວມມືທີ່ສຸດ ໃນການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ທີ່ໄດ້ເນັ້ນໜັກ, ຈຳກັດການເດີນທາງ, ຈຳກັດການອອກເຮືອນ ຖ້າບໍ່ມີຄວາມຈຳເປັນແທ້, ໃຫ້ມີການຮັກສາໄລຍະຫ່າງ, ຫຼີກເວັ້ນການຈັດງານຊຸມແຊວເປັນກຸ່ມ, ການປະກອບວຽກງານທາງສາດສະໜາກໍ່ຄວນປະຕິບັດແບບບໍ່ມີການລວມກຸ່ມໃຫຍ່.
ໃນໄລຍະຜ່ານມາຜູ້ທີ່ຖືກສົງໄສ ໃຫ້ຈຳກັດບໍລິເວນຕົນເອງຢູ່ເຮືອນ, ຍັງຖືເບົາບໍ່ປະຕິບັດຕາມຄໍາແນະນໍາຢ່າງເຄັ່ງຄັດ ເຊັ່ນວ່າ: ຍັງອອກໄປພົບປະຊຸມແຊວກັບໝູ່ເພື່ອນ ແລະ ໃຊ້ຊິວິດເປັນປົກກະຕິ ຈຶ່ງມີການແຜ່ເຊື້ອໃສ່ຄົນອື່ນ.
ສະນັ້ນ ມັນເຮັດໃຫ້ສະພາບການລະບາດ ແມ່ນມີການຂະຫຍາຍອອກ ບົດຮຽນຖອດຖອນໄດ້ຈາກການຕິດເຊື້ອຂອງກໍລະນີທຳອິດ ມາເຖິງປະຈຸບັນແມ່ນ: ຜູ້ທີ່ໄດ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ໄດ້ແນະນໍາໃຫ້ຈໍາກັດບໍລິເວນຕົນເອງ ຕິດຕາມອາການ ແລະ ລາຍງານຕໍ່ແພດ, ປະຈຸບັນ ຄະນະສະເພາະກິດ ໄດ້ຈັດສັນສະຖານທີ່ໃຫ້ມາຈຳກັດບໍລິເວນຢູ່ກັບໂຮງໝໍ ແລະ ຍັງຈຳນວນໜຶ່ງມີຄອບຄົວຊ່ວຍຕິດຕາມຢ່າງໃກ້ຊິດຢູ່ເຮືອນຂອງຕົນເອງ.
ຖ້າທ່ານໃດມີຄວາມຕ້ອງການຄໍາປຶກສາເພີ່ມເຕີມສາມາດໂທຫາສາຍດ່ວນ 165 ຫຼື 166 ຂອງໜ່ວຍງານສາທາລະນະສຸກ ຕ້ານພະຍາດ ໂຄວິດ-19 ໄດ້ຕະຫຼອດ 24 ຊົ່ວໂມງ.
ຂ່າວ: ວຽງຈັນທາຍ