ມື້ນີ້ເປັນມື້ທີ່ປວງຊົນລາວທັງຊາດໄດ້ຮັບຂ່າວດີຕ້ອນຮັບປີໃໝ່ລາວ ເມື່ອຄະນະສະເພາະກິດຖະແຫຼງວ່າ ບໍ່ພົບຜູ້ຕິດເຊື້ອພະຍາດ ອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເພີ່ມ, ໝາຍຄວາມວ່າຍັງເປັນ 19 ຄົນເທົ່າເດີມ.
ຂ່າວດີອີກຂ່າວໜຶ່ງຈາກຄະນະສະເພາະກິດ ມື້ນີ້ ແມ່ນຜູ້ຕິດເຊື້ອ 1 ຄົນ ທີ່ໄດ້ຮັບການປິ່ນປົວຄົບກໍານົດ ຜົນກວດຄັ້ງຫຼ້າສຸດແມ່ນບໍ່ພົບເຊື້ອ ຄາດວ່າຈະໄດ້ອອກໂຮງໝໍ ແລະ ກັບບ້ານໃນໄວໆນີ້.
ອີງຕາມການຖະແຫຼງຂ່າວໃນຕອນບ່າຍມື້ນີ້, ໃນວັນທີ 12 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 35 ຄົນ, ໃນນັ້ນມີຜູ້ສຳຜັດ ໃກ້ຊິດກັບຜູ້ຕິດເຊື້ອ 17 ຄົນ, ກໍລະນີມີອາການສົງໄສ 18 ຄົນ, ເຊິ່ງມີຄົນລາວທີ່ໄປອອກແຮງງານຢູ່ໄທກັບມາລາວ 01 ຄົນ, ເຊິ່ງຜົນກວດແມ່ນບໍ່ພົບເຊື້ອ. ສະນັ້ນ ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ-19 ຍັງເປັນ 19 ຄົນເທົ່າເດີມ.
ພ້ອມດຽວກັນນີ້, ຄະນະສະເພາະກິດ ຍັງໄດ້ຮຽກຮ້ອງໃຫ້ທຸກຄົນ ບໍ່ໃຫ້ຫຼີ້ນນໍ້າ ຫຼື ວ່າຫົດນໍ້າກັນ ໃນໂອກາດບຸນປີໃໝ່ລາວ, ສາເຫດບໍ່ໃຫ້ຫຼິ້ນນໍ້າ ຍ້ອນມີເຊື້ອພະຍາດອາດປົນມານໍານໍ້າເວລາຫົດນໍ້າກັນ ເຮັດໃຫ້ມີການໃກ້ຊິດກັນ ແລະ ມີການເວົ້າ, ໄອ,ຈາມ ເຊິ່ງເຮັດໃຫ້ເຊຶ້ອຕົກຢູ່ນໍ້າ ແລະ ສາມາດມີອາຍຸໄດ້ເຖິງ 4-10 ວັນ. ພ້ອມທັງຮຽກຮ້ອງໃຫ້ທຸກໆຄົນເອົາໃຈໃສ່ຮ່ວມມືທີ່ສຸດໃນການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ ນຍ ທີ່ໄດ້ເນັ້ນໜັກ, ຈຳກັດການເດີນທາງ, ຈຳກັດການອອກເຮືອນ ຖ້າບໍ່ມີຄວາມຈຳເປັນແທ້, ໃຫ້ມີການຮັກສາໄລຍະຫ່າງ, ຫຼີກ ເວັ້ນການຈັດງານຊຸມແຊວເປັນກຸ່ມ, ການປະກອບວຽກງານທາງສາດສະໜາ ກໍ່ຄວນປະຕິບັດແບບບໍ່ມີການລວມກຸ່ມໃຫຍ່.
ຂ່າວ: ວຽງຈັນທາຍ
ພາບ: ພູບຊັບ