ໃນໂອກາດຢ້ຽມຢາມລັດຖະກິດ ສປ ຈີນ, ໃນຕອນບ່າຍວັນທີ 5 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ຈັດຂຶ້ນໃນລະດັບສູງສຸດ ແລະ ສົມກຽດ ທີ່ຫໍສະພາປະຊາຊົນຈີນ ໂດຍມີການນຳຂັ້ນສູງຂອງສອງພັກ, ສອງລັດ ເຂົ້າຮ່ວມ.
ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍ ທອງລຸນ ສີສຸລິດ ໄດ້ພົບປະກັບ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ. ໃນການພົບປະ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ການຕ້ອນຮັບອັນອົບອຸ່ນ ສະໜິດສະໜົມ ຂອງ ສະຫາຍ ສີ ຈິ້ນຜິງ, ບັນດາການນໍາຂັ້ນສູງຂອງພັກ, ລັດຈີນ ທັງຢູ່ສູນກາງ ແລະ ແຂວງເຈີ້ຈຽງ ທີ່ຄະນະຝ່າຍລາວໄດ້ໄປຢ້ຽມຢາມ ຊຶ່ງສະແດງໃຫ້ເຫັນເຖິງມູນເຊື້ອອັນດີງາມ ແຫ່ງສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່; ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XX ໂດຍສະເພາະ ຜົນສໍາເລັດຂອງ ກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄຫມທີ XX ຂອງພັກກອມມູນິດຈີນ; ຊົມເຊີຍຜົນສໍາເລັດ ກອງປະຊຸມສະພາປຶກສາການເມືອງທົ່ວປະເທດຈີນ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຄັ້ງທີ 4 ສະໄໝທີ XIV ໃນຕົ້ນເດືອນມີນາ ຜ່ານມາ ແລະ ບັນດາຜົນສໍາເລັດໃນດ້ານຕ່າງໆ ທີ່ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ ພາຍໃຕ້ການນຳພາຂອງ ພັກກອມມູນິດຈີນ ໃນການສ້າງສາພັດທະນາປະເທດຈີນ ກໍຄື ການຫັນເປັນທັນສະໄໝຕາມ “ແນວຄິດ ສີ ຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່” ຊຶ່ງພັກ, ລັດລາວ ຖືຜົນສໍາເລັດດັ່ງກ່າວຂອງ ສະຫາຍຈີນ ເປັນບົດຮຽນ ແລະ ເປັນກໍາລັງໃຈໃນການສືບຕໍ່ສ້າງສາພັດທະນາປະເທດຊາດ.
ສະຫາຍ ທອງລຸນ ສີສຸລິດ ສະແດງຄວາມຂອບໃຈຕໍ່ຝ່າຍຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນໃຫຍ່ຫຼວງ ໃຫ້ແກ່ພາລະກິດຕໍ່ສູ້ເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນຂອງປະຊາຊົນລາວ; ຢືນຢັນຄືນເຖິງທັດສະນະສະເໝີຕົ້ນສະເໝີປາຍໃນການເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ ລາວ-ຈີນ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຊຶ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ.
ພ້ອມນັ້ນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຫວນຄືນການຢ້ຽມຢາມແຂວງເຈີ້ຈຽງ ໃນ 2 ວັນຜ່ານມາ ຊຶ່ງເປັນແຂວງທີ່ມີການພັດທະນາໄວ ໃນຂະແໜງອຸດສາຫະກໍາໃໝ່ ທີ່ທັນສະໄໝ, ວັດທະນະທໍາ ແລະ ທໍາມະຊາດ ທີ່ກົມກຽວກັບສິ່ງແວດລ້ອມ, ທັງເປັນຕົວແບບໃນທົ່ວປະເທດຈີນ ໃນການຜັນຂະຫຍາຍ ແນວຄິດ ສີ ຈິ້ນຜິງ ກ່ຽວກັບການຫັນເປັນທັນສະໄໝ ຕາມທິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່, ຊຶ່ງເປັນບົດຮຽນອັນລໍ້າຄ່າ ແກ່ການສ້າງສາພັດທະນາ ສປປ ລາວ ໃນຕໍ່ໜ້າ.
ສະຫາຍ ສີ ຈິ້ນຜິງ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ທີ່ຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ; ຕີລາຄາສູງຕໍ່ຜົນການພົບປະກັບການນໍາຂັ້ນສູງຂອງພັກ, ລັດຈີນ ແລະ ການຢ້ຽມຢາມ ແຂວງເຈີ້ຈຽງ ຂອງ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຊຶ່ງແຂວງເຈີ້ຈຽງ ເປັນແຂວງທີ່ ສະຫາຍ ສີ ຈິ້ນຜິງ ເຄີຍເປັນການນໍາ ຊີ້ນໍາ-ນໍາພາຢູ່ແຂວງດັ່ງກ່າວ ເປັນເວລາ 5 ປີ. ສະຫາຍ ສີ ຈິ້ນຜິງ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ການກໍ່ສ້າງສັງຄົມນິຍົມ ກໍຄືບົດຮຽນ ຂອງ ສປ ຈີນ ໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ເນັ້ນເຖິງຄວາມສໍາຄັນຂອງການນໍາພາຂອງພັກ ໃນພາລະກິດກໍ່ສ້າງສັງຄົມນິຍົມ; ສອງປະເທດ ຈີນ-ລາວ ຕ້ອງຮ່ວມມືກັນໃຫ້ແໜ້ນແຟ້ນກວ່າເກົ່າ ທາງດ້ານການເມືອງ, ສືບຕໍ່ແລກປ່ຽນບົດຮຽນໃນດ້ານທິດສະດີ-ພຶດຕິກໍາ ໃນວຽກງານກໍ່ສ້າງພັກ-ພະນັກງານ, ການບໍລິຫານລັດ-ປົກຄອງປະເທດ, ວຽກງານສຶກສາຄົນຮຸ່ນໜຸ່ມ ໃຫ້ເປັນຜູ້ສືບທອດມິດຕະພາບ ຈີນ-ລາວ ຕໍ່ໄປ.
ໃນການພົບປະ, ສອງຝ່າຍ ໄດ້ແລກປ່ຽນຄວາມຄິດເຫັນທີ່ເປັນຍຸດທະສາດນໍາກັນຢ່າງຮອບດ້ານ ດ້ວຍບັນຍາກາດທີ່ສະໜິດສະໜົມ, ໄວ້ເນື້ອເຊື່ອໃຈ, ກົງໄປກົງມາ ແລະ ມີຄວາມເປັນເອກະພາບສູງ ຕໍ່ທິດທາງທີ່ເປັນຍຸດທະສາດຂອງການຮ່ວມມືສອງຝ່າຍໃນຕໍ່ໜ້າ, ໂດຍສະເພາະແມ່ນ ການຮ່ວມກັນຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ມີຄວາມເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ປະຕິບັດບັນດາໂຄງການຮ່ວມມືສຳຄັນຂອງສອງຝ່າຍໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ນັບມື້ນັບຫຼາຍຂຶ້ນ.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ເຊື້ອເຊີນ ສະຫາຍ ສີ ຈິ້ນຜິງ ຢ້ຽມຢາມ ສປປ ລາວ, ສະຫາຍ ສີ ຈິ້ນຜິງ ໄດ້ສະແດງຄວາມຂອບໃຈ ແລະ ຕອບຮັບການເຊື້ອເຊີນໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.
ຂ່າວ: ກຕທ

