ສປປ ລາວ ແລະ ສປ ຈີນ ລົງນາມເອກະສານການຮ່ວມມືສອງຝ່າຍ ຈໍານວນ 32 ສະບັບ ເມື່ອມໍ່ໆມານີ້ ຢູ່ ສປ ຈີນ ໂດຍເປັນສັກຂີພິຍານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ.
ເອກະສານການຮ່ວມມືສອງຝ່າຍ ຈໍານວນ 32 ສະບັບດັ່ງກ່າວກວມເອົາຂົງເຂດ ການຮ່ວມມື ລະຫວ່າງ ບັນດາອົງການອ້ອມຂ້າງສູນກາງພັກ ຂອງສອງພັກ ລາວ-ຈີນ, ເສດຖະກິດ, ການຄ້າ, ການເງິນ, ການລົງທຶນ, ພະລັງງານ, ກະສິກໍາ, ວັດທະນະທໍາ, ການພັດທະນາຊັບພະຍາກອນມະນຸດ ແລະ ໜັງສືມອບ-ຮັບ ບັນດາໂຄງການຊ່ວຍເຫຼືອ ຈາກ ສປ ຈີນ; ພ້ອມນັ້ນ ສອງຝ່າຍ ຍັງໄດ້ອອກ “ຖະແຫຼງການຮ່ວມ ລະຫວ່າງ ສປປ ລາວ ແລະ ສປ ຈີນ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່” ຊຶ່ງຖືເປັນໝາກຜົນລວມຍອດ ຂອງການຢ້ຽມຢາມລັດຖະກິດ ສປ ຈີນ ໃນຄັ້ງນີ້.
ຂ່າວ: ກຕທ

