ນາຍົກລັດຖະມົນຕີລາວຍ້ອງຍໍຊົມເຊີຍນັກກູ້ໄພທຸກໆທ່ານທີ່ມາຊ່ວຍເຫຼືອຄົ້ນຫາປະຊາຊົນລາວ 7 ຄົນທີ່ຕິດຄ້າງຢູ່ໃນຖ້ຳ

ນາຍົກລັດຖະມົນຕີລາວຍ້ອງຍໍຊົມເຊີຍນັກກູ້ໄພທຸກໆທ່ານທີ່ມາຊ່ວຍເຫຼືອຄົ້ນຫາປະຊາຊົນລາວ 7 ຄົນທີ່ຕິດຄ້າງຢູ່ໃນຖ້ຳ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ສົ່ງຈົດໝາຍຂອບໃຈເຖິງທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ ໃນມື້ວານນີ້ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນຈົດໝາຍຂຽນວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານ ແຫ່ງ ລາຊະອານາຈັກໄທ ທີ່ໄດ້ອະນຸຍາດໃຫ້ສະມາຄົມສາຍທານ ປະເທດໄທ, ໜ່ວຍກູ້ໄພເມດຕາທຳກາລະສິນ ແລະ ໜ່ວຍກູ້ໄພສະຫວ່າງສີວິໄລ ພ້ອມດ້ວຍຄະນະ ມາຊ່ວຍເຫຼືອໃນການຄົ້ນຫາ ແລະ ກອບກູ້ເອົາຊີວິດປະຊາຊົນລາວ ຈໍານວນ 7 ຄົນ ທີ່ຕິດຄ້າງຢູ່ໃນຖ້ຳທີ່ ເມືອງລອງແຈ້ງ, ແຂວງໄຊສົມບູນ ຍ້ອນຝົນຕົກໜັກ ນັບແຕ່ວັນທີ 18 ພຶດສະພາ 2026 ເປັນຕົ້ນມາ.

ລັດຖະບານລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ແລະ ການປະຕິບັດວຽກງານຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງທີມກູ້ໄພດັ່ງກ່າວ ຮ່ວມກັບໜ່ວຍກູ້ໄພຂອງ ສປປ ລາວ ແລະ ຊ່ຽວຊານຈາກສາກົນ ເລີ່ມແຕ່ວັນທີ 24 ພຶດສະພາ 2026 ເປັນຕົ້ນມາ ຈົນສາມາດກອບກູ້ເອົາຊີວິດຜູ້ຕິດຄ້າງໃນຖ້ຳ ທັງ 5 ຄົນໄດ້ຢ່າງປອດໄພ ໃນວັນທີ 29-30 ພຶດສະພາ 2026 ຜ່ານມາ ແລະ ຍັງສືບຕໍ່ຄົ້ນຫາຜູ້ສູນຫາຍອີກ 2 ຄົນ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານ, ປະຊາຊົນລາວ ກໍຄື ຄອບຄົວຜູ້ປະສົບໄພ ຂໍສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍນັກກູ້ໄພທຸກໆທ່ານ ຕໍ່ຄວາມເປັນມືອາຊີບ ແລະ ການເສຍສະຫຼະໃນພາລະກິດອັນສຳຄັນຄັ້ງນີ້. ການຊ່ວຍເຫຼືອດ້ານມະນຸດສະທຳໃນຄັ້ງນີ້ ເປັນການສ່ອງແສງເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ໄທ ທີ່ພວມໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນ ໃນປັດຈຸບັນ.ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງທ່ານ ພ້ອມດ້ວຍຄອບຄົວ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງທ່ານ.

Related Articles

Leave a Reply