Vientiane Times Lao
ຫວຽດນາມ ​ມອບ​ເຄື່ອງ​ຊ່ວຍ​ເຫຼືອປ້ອງກັນພະຍາດ ໂຄວິດ-19 ໃຫ້ແກ່ ສປປ ລາວ

ຫວຽດນາມ ​ມອບ​ເຄື່ອງ​ຊ່ວຍ​ເຫຼືອປ້ອງກັນພະຍາດ ໂຄວິດ-19 ໃຫ້ແກ່ ສປປ ລາວ

ກະຊວງ​​ແຜນການ ແລະ ການລົງທຶນ ​ແຫ່ງ ສສ ​ຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອມູນ​ຄ່າ 10,000​ ໂດລາ​ສະຫະລັດ ເພື່ອນຳໃຊ້ເຂົ້າໃນການສະກັດກັ້ນພະຍາດ ໂຄວິດ-19 ຢູ່ ສປປ ລາວ.  

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວຈັດຂື້ນໃນວັນທີ 15 ເມສາ 2020 ຢູ່ທີ່ສະຖານ​ເອກ​ອັກຄະ​ລັດຖະທູດ ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ເຊີ່ງມອບໂດຍ ທ່ານ ຫງວຽນຈີ່ຢູ້ງ ລັດຖະມົນຕີກະຊວງ​​ແຜນການ ແລະ ການລົງທຶນ ​ແຫ່ງ ສສ ​ຫວຽດນາມ, ປະທານ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ຫວຽດນາມ-​ລາວ ແລະ ຮັບໂດຍ ທ່ານ ​ແສງ​ເພັດ​ ຮຸ່ງ​ບຸນ​ຍວງ ​ເອກ​ອັກຄະ​ລັດຖະທູດ ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແຫ່ງ ສປປ ລາວ ​​ແລະ ຄະນະ​ກຳມາ​ທິການ​ຮ່ວມ​ມື​ລາວ-​ຫວຽດນາມ.

ໃນ​ໂອກາດ​ນີ້ ທ່ານ ຫງວຽນຈີ່ຢູ້ງ ໄດ້ອວຍພອນ​ຜູ້​ນຳ​ພັກ-​ລັດ ​ແລະ ປະຊາຊົນ​ລາວ ​ເນື່ອງ​ໃນ​ໂອກາດ​​ປີ​ໃໝ່​ລາວ ພສ 2563 ​ຈົ່ງ​ມີ​ແຕ່​ຄວາມ​ຜາ​ສຸກ ​​ພ້ອມ​ກັນຜ່ານ​ຜ່າ​ຄວາມ​ຍຸ້ງ​ຍາກ​ຈາກ​ພະຍາດ​ໂຄ​ວິດ-19 ​ແລະ ​ກັບ​ຄືນ​ສູ່​ສະພາບ​​ປົກກະຕິ​​​ໂດຍ​ໄວ.  

ຂ່າວ: ວຽງຈັນທາຍ

ພາບ: ​ໂອ​ລຳ ຈັນທະ​ວິ​ໄລ

Related Articles

Leave a Reply