ເພື່ອເປັນການຫຼຸດຜ່ອນຄວາມສ່ຽງຈາກການຕິດເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຄະນະສະເພາະກິດ ໄດ້ແນະນໍາຫຼາຍມາດຕະການໃຫ້ທຸກຄົນປະຕິບັດຢ່າງເຂັ້ມງວດ.
ພ້ອມທັງແນະນໍາໃຫ້ປ້ອງກັນຕົນເອງ, ປ້ອງກັນຄອບຄົວ ແລະ ຜູ້ທີ່ຮັກແພງ ໃກ້ຊິດ ຖືວ່າແມ່ນພັນທະ ແລະ ຄວາມຮັບຜິດຊອບຂອງທຸກຄົນ ແລະ ເປັນການປະກອບສ່ວນອັນສຳຄັນໃຫ້ແກ່ປະເທດຊາດເພື່ອຜ່ານວິກິດຂອງການລະບາດພະຍາດໂຄວິດ 19.
ພ້ອມດຽວກັນ ກົມອະນາໄມ ແລະ ສົ່ງເສີມສຸກຂະພາບ ກະຊວງສາທາລະນະສຸກ ກໍ່ໄດ້ອອກແຈ້ງການໃນບໍ່ດົນມານີ້ເຖິງເຈົ້າພາບເຮືອນດີ ຫຼື ເຈົ້າພາບເຮືອນທີ່ມີຜູ້ເສຍຊີວິດ ຈາກພະຍາດຕ່າງໆ ຫຼື ອຸປະຕິເຫດໃດໆກໍ່ຕາມ ວ່າ: ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ ແລະ ເພື່ອບໍ່ໃຫ້ພະຍາດດັ່ງກ່າວແຜ່ລາມເປັນວົງກວ້າງ.
ແຈ້ງການກໍ່ຍັງໄດ້ແນະນໍາວ່າ ຜູ້ທີ່ມີອາຍຸສູງ ກວ່າ 60 ປີຂຶ້ນໄປ ທີ່ມີພະຍາດປະຈໍາຕົວ, ພະຍາດລະບົບຫາຍໃຈ ຫຼື ພະຍາດຊໍາເຮື້ອຕ່າງໆ ບໍ່ຄວນຢູ່ສະຖານທີ່ດັ່ງກ່າວດົນເກີນໄປ (ບໍ່ເກີນ 30 ນາທີ); ທຸກຄົນທີ່ມາຮ່ວມງານ ຫຼື ມາໃນງານຕ້ອງໃສ່ຜ້າອັດປາກ-ດັງ; ຈັດຕັ້ງໃຫ້ມີການວັດແທກອຸນຫະພູມຢູ່ປະຕູທາງເຂົ້າງານ, ມີເຈວລ້າງມື ຫຼື ເຫຼົ້າສໍາລັບຂ້າເຊື້ອໄວ້ປະຕູທາງເຂົ້າ ແລະ ໄວ້ຂ້າງເຈົ້າພາບສະເໝີເພື່ອສະດວກໃນການຂ້າເຊື້ອ, ຈັດຫາບ່ອນລ້າງມື ພ້ອມສະບູ ແລະ ຜ້າເຊັດມືສໍາລັບແຂກ ແລະ ຕິດປ້າຍເຕືອນທຸກຄົນຕ້ອງລ້າງມືເລື້ອຍໆ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ


