ກຸ່ມບໍລິສັດລ້ອງແຈ້ງພັດທະນາ ໄດ້ສະໜັບສະໜູນການຂົນສົ່ງຜູ້ອອກແຮງງານລາວ ທີ່ກັບມາແຕ່ປະເທດໄທ ໄປສູນຈໍາກັດບໍລິເວນ ຢູ່ບັນດາແຂວງຕ່າງໆ ໃນລະຫວ່າງ ວັນທີ 21-22 ເມສາ 2020 ຜ່ານມານີ້ ລວມມີ ແຂວງວຽງຈັນ, ໄຊຍະບູລີ, ຫຼວງພະບາງ, ອຸດົມໄຊ, ຫົວພັນ ແລະ ຊຽງຂວາງ.
ນອກຈາກບໍລິການຂົນສົ່ງກຸ່ມແຮງງານດັ່ງກ່າວໂດຍບໍ່ເສຍຄ່າແລ້ວ, ກຸ່ມບໍລິສັດລ້ອງແຈ້ງພັດທະນາ ກໍ່ຍັງໄດ້ມອບເຄື່ອງຊ່ວຍເຫຼືອ ລວມມີ ອຸປະກອນການແພດສໍາລັບປ້ອງກັນພະຍາດໂຄວິດ-19, ອາຫານ ແລະ ນໍ້າດື່ມ ໃຫ້ບັນດາສູນຈໍາກັດບໍລິເວນ ຢູ່ 6 ແຂວງດັ່ງກ່າວ ແລະ ຈຸດກວດກາຕາມເສັ້ນທາງໄປແຂວງພາກເໜືອ.
ພ້ອມດຽວກັນ ກຸ່ມບໍລິສັດລ້ອງແຈ້ງພັດທະນາ ກໍ່ຢືນຢັນວ່າຈະໄດ້ສືບຕໍ່ປຶກສາຫາລື ກັບບັນດານັກທຸລະກິດ ແລະ ປຸກລະດົມ ບັນດາຫົວໜ່ວຍທຸລະກິດ ເພື່ອໝູນໃຊ້ແຮງງານຈຳນວນດັ່ງກ່າວ ຕາມຄວາມຮູ້ ຄວາມສາມາດຂອງແຕ່ລະບຸກຄົນ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ຍຸດທະສາດ ຂອງພັກ-ລັດ ກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງເທື່ອລະກ້າວ.
ມາເຖິງປະຈຸບັນ ມີຫຼາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ໄດ້ໃຫ້ການຊ່ວຍເຫຼືອລັດຖະບານ ໃນວຽກງານສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ຂະຫຍາຍໃນວົງກວ້າງ ຢູ່ ສປປ ລາວ, ເຊິ່ງລວມມີເງິນສົດ ແລະ ອຸປະກອນການແພດ.
ຂ່າວ: ວຽງຈັນທາຍ