ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງການດ່ວນໃນວັນທີ 24 ເມສາ 2020 ວ່າ: ນັບແຕ່ມື້ນີ້ ຫາວັນທີ 26 ເມສາ 2020, ປະຊາຊົນເຂດພາກເໜືອ ແລະ ພາກກາງ ກຽມຮັບມືກັບພະຍຸລະດູຮ້ອນ.
ພະຍຸລະດູຮ້ອນດັ່ງກ່າວ ເນື່ອງຈາກວ່າບໍລິເວນຄວາມກົດດັນສູງຂອງອາກາດເຢັນທີ່ມີກໍາລັງແຮງປານກາງຫາແຮງຈາກປະເທດຈີນແຜ່ລົງມາປົກ ຄຸມເຂດພາກເໜືອລົງຫາພາກກາງ ແລະ ພາກໃຕ້ ຂອງປະເທດລາວ, ພ້ອມດຽວກັນນີ້ທົ່ວທຸກພາກອາກາດຮ້ອນເອົາເອົ້າຍັງປົກຄຸມ, ເຊິ່ງໄດ້ເກີດມີການກະທົບຂອງມວນອາກາດເຢັນ ແລະ ມວນອາກາດຮ້ອນ ອັນຈະເຮັດໃຫ້ເກີດມີພາຍຸລະດູຮ້ອນໃນລັກສະນະຝົນຕົກຟ້າຮ້ອງຟ້າ ເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ບັນດາ ແຂວງພາກເໜືອ ແລະ ພາກກາງ ເປັນຕົ້ນແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນ້ໍາທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊສົມບູນ ແລະ ບໍລິຄໍາໄຊ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງໄດ້ເຕືອນອີກວ່າ ເວລາມີລົມແຮງ ຫຼື ຝົນຕົກແຮງໃຫ້ ຫຼີກເວັ້ນການຢູ່ສະຖານທີ່ກາງແຈ້ງ, ກ້ອງຕົ້ນໄມ້ໃຫຍ່ ແລະ ເສົາໄຟຟ້າແຮງສູງ, ສະຖານທີ່ກໍ່ສ້າງ ແລະ ປ້າຍໂຄສະນາທີ່ ບໍ່ແໜ້ນໜາ ແລະ ຈົ່ງເຝົ້າຕິດຕາມຂ່າວສະພາບ ອາກາດຢູ່ແຕ່ລະໄລຍະ.
ຂ່າວ: ວຽງຈັນທາຍ