Vientiane Times Lao
ຄະນະສະເພາະກິດ ກໍານົດມາດຕະການໄລຍະຜ່ອນຜັນ ຖ້າບໍ່ມີກໍລະນີຕິດເຊື້ອໃໝ່ເພີ່ມ

ຄະນະສະເພາະກິດ ກໍານົດມາດຕະການໄລຍະຜ່ອນຜັນ ຖ້າບໍ່ມີກໍລະນີຕິດເຊື້ອໃໝ່ເພີ່ມ

ຄະນະສະເພາະກິດ ໄດ້ຫາລືກັນກ່ຽວກັບມາດຕະການໄລຍະຜ່ອນຜັນ, ເຊິ່ງມີແຜນປະຕິບັດເປັນ 2 ໄລຍະ ຖ້າບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ໃນ ສປປ ລາວ ຈົນຮອດວັນທີ 3 ພຶດສະພາ 2020 ເພື່ອເປັນການຫຼຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ຜົນກະທົບຕໍ່ເສດຖະກິດ-ສັງຄົມ ຂອງປະເທດ.

ມາດຕະການຜ່ອນຜັນແມ່ນໄດ້ຫາລືກັນຢູ່ທີ່ກອງປະຊຸມຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໃນວັນທີ 27 ເມສາ 2020. ກອງປະຊຸມດັ່ງກ່າວພາຍໃຕ້ການເປັນປະທານ ຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການເງິນ ທັງເປັນປະທານຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19.

ສຳລັບການກຳນົດໄລຍະເວລາຜ່ອນຜັນ ແມ່ນມີ 2 ໄລຍະຄື: ໄລຍະທີ 1 ແຕ່ວັນທີ 4 ຫາ 31 ພຶດສະພາ 2020 ແລະ ໄລຍະທີ 2 ແຕ່ວັນທີ 1 ຫາ 30 ມິຖຸນາ 2020.

ມາດຕະການຜ່ອນຜັນສຳລັບໄລຍະທີ 1 ຖ້າບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ໃນ ສປປ ລາວ ຈົນຮອດວັນທີ 3 ພຶດສະພາ 2020 ປະກອບມີ: ການອະນຸຍາດໃຫ້ສຳນັກງານ-ອົງການ ເປີດໃຫ້ພະນັກງານ-ລັດຖະກອນມາເຮັດວຽກປົກກະຕິ, ອະນຸຍາດໃຫ້ພໍ່ແມ່ປະຊາຊົນ, ພະນັັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ສາມາດອອກຈາກເຮືອນ ເດີນທາງຢູ່ໃນແຂວງກໍລະນີຈຳເປັນ, ອະນຸຍາດໃຫ້ມີການຈັດຝຶກອົບຮົມ, ຈັດກອງປະຊຸມທາງການ ແລະ ກິດຈະກໍາທາງສາສະໜາ, ອະນຸຍາດໃຫ້ອອກກຳລັງກາຍ ຫຼື ຫຼີ້ນກິລາກາງແຈ້ງ, ອະນຸຍາດເປີດໂຮງງານ, ໂຄງການໃຫຍ່ ແລະ ອະນຸຍາດເປີດໂຮງຮຽນ.

ສ່ວນໄລຍະທີ 2 ຖ້າບໍ່ມີລາຍງານກໍລະນີຜູ້ຕິດເຊື້ອໃໝ່ຮອດວັນທີ 31 ພຶດສະພາ 2020 ແລະ ສະພາບການເກີດພະຍາດໂຄວິດ-19 ໃນບັນດາ ປະເທດໃກ້ຄຽງມີທ່າອ່ຽງຫຼຸດລົງນັ້ນ ແມ່ນຈະໄດ້ຍົກເລີກບັນດາມາດຕະການທັງໝົດ ໃນຄຳສັ່ງເລກທີ 06/ນຍ, ຍົກເວັ້ນມາດຕະການຫ້າມການເດີນທາງເຂົ້າປະເທດຂອງຜູ້ເດີນທາງທົ່ວໄປ.

ທັງສອງມາດຕະການທີ່ກ່າວມານັ້ນ ຈະໄດ້ສະເໜີຕໍ່ກອງປະຊຸມ ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ທີ່ຈະຈັດຂຶ້ນໃນວັນທີ 28 ເມສາ 2020 ນີ້ ເພື່ອພິຈາລະນາວ່າ ອັນໃດຄວນຜ່ອນຜັນໄດ້ ແລະ ອັນໃດຍັງຕ້ອງສືບຕໍ່ປະຕິບັດ.

ຂ່າວ: ວຽງຈັນທາຍ

ພາບ: ສໍານັກຂ່າວສານປະເທດລາວ

Related Articles

Leave a Reply