ລັດ ອະນຸຍາດການບໍລິການຂົນສົ່ງໂດຍສານໃນນະຄອນຫຼວງ ແລະ ພາຍໃນຂອງແຕ່ລະແຂວງ

ລັດ ອະນຸຍາດການບໍລິການຂົນສົ່ງໂດຍສານໃນນະຄອນຫຼວງ ແລະ ພາຍໃນຂອງແຕ່ລະແຂວງ

ລັດຖະບານ ຍັງບໍ່ອະນຸຍາດເປີດການບໍລິການແລ່ນລົດໂດຍສານລະຫວ່າງນະຄອນຫຼວງວຽງຈັນ ໄປຫາບັນດາແຂວງຕ່າງໆໃນຂອບເຂດທົ່ວປະເທດ ລວມທັງລະຫວ່າງແຂວງຕໍ່ແຂວງ ໃນໄລຍະນີ້ ອັນນີ້ກໍ່ເພື່ອສືບຕໍ່ຕ້ານ, ຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19.

ສະເພາະໄລຍະການຈັດຕັ້ງປະຕິບັດມາດຕະການຜ່ອນຜັນຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020, ລັດຖະບານ ພຽງແຕ່ອະນຸຍາດໃຫ້ດໍາເນີນການບໍລິການຂົນສົ່ງໂດຍສານຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ຢູ່ພາຍໃນບັນດາແຂວງຂອງຕົນນັ້ນເທົ່ານັ້ນ, ເຊິ່ງລົດໂດຍສານທີ່ອະນຸຍາດປະກອບມີລົດເມ, ລົດຕູ້, ລົດຮັບສົ່ງພະນັກງານ, ລົດຮັບສົ່ງກໍາມະກອນ, ລົດເທັກຊີ, ລົດສອງແຖວ, ລົດຕຸກຕຸກ ແລະ ລົດຈໍາໂບ້.

ກະຊວງໂຍທາທິການ ແລະ ຂົນສົ່ງໄດ້ອອກ ຄໍາສັ່ງແນະນໍາໃນວັນທີ 3 ພຶດສະພາ 2020 ກ່ຽວກັບການອະນຸຍາດໃຫ້ດໍາເນີນການບໍລິການຂົນສົ່ງດັ່ງກ່າວນັບແຕ່ວັນທີ 4 ຫາວັນທີ 17 ພຶດສະພາ 2020. 

ຜູ້ປະກອບການຕ້ອງໄດ້ປະຕິບັດມາດຕະການ ດັ່ງນີ້: ຢູ່ສະຖານີລົດຂົນສົ່ງຜູ້ໂດຍສານ ແລະ ບ່ອນລໍຖ້າລົດເມຕ້ອງຈັດບ່ອນນັ່ງ ຫຼື ບ່ອນຢືນ ໂດຍໃຫ້ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດຂຶ້ນ ໄປ, ມີການວັດແທກອຸນຫະພູມ, ເຈວລ້າງມື້ ຫຼື ເຫຼົ້າສໍາລັບຂ້າເຊື້ອ, ຕ້ອງມີສະບູ ແລະ ຜ້າເຊັດມື ຢູ່ໃນຫ້ອງນໍ້າ, ຕ້ອງມີການອະນາໄມຂ້າເຊື້ອ ກ່ອນໃຫ້ບໍລິການໃນແຕ່ລະວັນຢູ່ໃນສະຖານີ ແລະ ອື່ນໆ. 

ຜູ້ຂັບລົດ, ຜູ້ຊ່ວຍ (ແອດລົດ) ແລະ ຜູ້ໂດຍສານ ຕ້ອງໄດ້ວັດແທກອຸນຫະພູມກ່ອນຈະຂຶ້ນລົດ, ຖ້າພົບວ່າມີອຸນຫະພຸມສູງກວ່າ 37,5 ອົງສາຂຶ້ນໄປແມ່ນຫ້າມເດັດຂາດບໍ່ໃຫ້ຂຶ້ນລົດ ແລະ ໃຫ້ໂທປຶກສາດ່ວນ ເບີ 165 ຫຼື 166. 

ນອກນັ້ນ ກະຊວງໂຍທາທິການ ແລະ ຂົນສົ່ງຍັງ ໄດ້ແຈ້ງການແນະນໍາເຖິງເຈົ້າຂອງພາຫະນະລົດໂດຍສານຕ້ອງມີການອະນາໄມຂ້າເຊື້ອຢູ່ທຸກຈຸດ ຫຼື ທົ່ວຄັນລົດກ່ອນໃຫ້ບໍລິການປະຈໍາວັນ, ຕ້ອງມີເຈວລ້າງມື ຫຼື ເຫຼົ້າຂ້າເຊື້ອປະຈໍາລົດ,  ຕ້ອງເປີດປະຕູ ຫຼື ເອົາແວ່ນຢູ່ທາງຂ້າງລົງ ເພື່ອລະບາຍອາກາດໃນເວລາຈອດລົດ.

ຖ້າບໍ່ປະຕິບັດຕາມຄໍາແນະນໍາທີ່ທາງຄະນະສະເພາະກິດວາງອອກ ແມ່ນຈະບໍ່ອະນຸຍາດໃຫ້ ດໍາເນີນການບໍລິການຂົນສົ່ງໂດຍສານ. 

ຂ່າວ: ວຽງຈັນທາຍ

Related Articles

Leave a Reply