ກະຊວງສຶກສາທິການ ແລະ ກິລາ (ສສກ) ອອກແຈ້ງການ ໃນວັນທີ 4 ພຶດສະພາ 2020 ວ່າ: ກຽມເປີດການຮຽນ-ການສອນໃນໂຮງຮຽນຄືນສຳລັບຊັ້ນປະຖົມສຶກສາ ປີທີ 5, ຊັ້ນມັດທະຍົມສຶກສາ ປີທີ 4 ແລະ ປີທີ 7 ເລີ່ມແຕ່ວັນທີ 18 ພຶດສະພາ 2020 ເປັນຕົ້ນໄປ. ສ່ວນການສຶກສາລະດັບອື່ນໆ ແມ່ນໃຫ້ໂຈະໄວ້ກ່ອນຈົນກວ່າຈະມີແຈ້ງການເພີ່ມເຕີມຈາກລັດຖະບານ ແລະ ຄະນະສະເພາະກິດ.
ອີງຕາມການອອກແຈ້ງການ ຂອງ ສສກ ຍັງໄດ້ລະບຸບາງຕອນວ່າ: ສະຖານທີ່ໃດທີ່ໄດ້ຈັດການຮຽນ-ການສອນຜ່ານຮູບແບບການສຶກສາທາງໄກໃນໄລຍະຜ່ານມາ ແມ່ນໃຫ້ສຶບຕໍ່ຈັດການຮຽນ-ການສອນ ຈົນຈົບຫຼັກສູດ ແລະ ໃຫ້ຕີ ລາຄາຜົນການຈັດຕັ້ງປະຕິບັດທາງດ້ານປະສິດຕິພາບ ແລະ ຄຸນລະພາບຂອງການຮຽນ-ການສອນ ແລະ ລາຍງານຕໍ່ສາຍຕັ້ງ ຂອງຕົນ. ໃນນັ້ນ ໃຫ້ທຸກພາກສ່ວນໃນຂະແໜງການສຶກສາ ແລະ ກິລາສືບຕໍ່ຍົກສົງສູງຄວາມຮັບຜິດຊອບໃນການຕິດຕາມ, ເຝົ້າລະວັງໃນການປ້ອງການ, ຄວບຄຸມ, ສະກັດກັ້ນ ແລະ ແກ້ ໄຂການລະບາດຂອງພະຍາດ COVID-19 ດ້ວຍຄວາມເປັນເຈົ້າການ.
ສຳລັບນັກສຶກສາລາວທີ່ຕ້ອງການກັບໄປຮຽນຄືນຢູ່ຕ່າງປະເທດ ແມ່ນສາມາດເດີນທາງໄປໄດ້ ແຕ່ຕ້ອງປະຕິບັດລະບຽບຂອງ ສປປ ລາວ ແລະ ລະບຽບຂອງປະເທດທີ່ໄປຮຽນຢ່າງເຂັ້ມງວດ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ

