ກຸ່ມແພນອອສ (PanAust Group) ໄດ້ນໍາເອົາອຸປະກອນການແພດ ມູນຄ່າ 500.000 ໂດລາສະຫະລັດ ແລະ ເງິນສົດ 150.000 ໂດລາສະຫະລັດ ມາມອບໃຫ້ລັດຖະບານ ໃນວັນທີ 6 ພຶດສະພາ 2020 ເພື່ອປະກອບສ່ວນໃນການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ.
ແພນອອສ ແມ່ນບໍລິສັດແມ່ ຂອງບໍລິສັດພູເບ້ຍມາຍນິງ (Phu Bia Mining) ເຊິ່ງການຊ່ວຍເຫຼືອດັ່ງກ່າວ ມອບໂດຍຕາງໜ້າບໍລິສັດແພນອອສ ແລະ ພູເບ້ຍມາຍນິງ ແລະ ຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19.
ໃນວັນທີ 3 ພຶດສະພາ 2020 ທີ່ຜ່ານມາ ບໍລິສັດພູເບ້ຍມາຍນິງ ກໍ່ໄດ້ມອບອຸປະກອນການແພດ ມູນຄ່າ 100.000 ໂດລາສະຫະລັດ ແລະ ເງິນສົດ 50.000 ໂດລາສະຫະລັດ ໃຫ້ແຂວງໄຊສົມບູນ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນເຊື້ອພະຍາດໂຄວິດ-19.
ນັບມາເຖິງປະຈຸບັນ ຢູ່ລາວ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດພຽງແຕ່ 19 ຄົນ ແລະ ຍັງມີຜູ້ນອນຕິດຕາມອາການຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ 10 ຄົນ ລວມທັງຜູ້ຕິດເຊື້ອກໍລະນີທີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍ, ທັງໝົດເຫັນວ່າມີອາການເບົາບາງ.
ສະເພາະກຸ່ມປະເທດອາຊຽນກໍ່ເຫັນວ່າຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອ ແລະ ເສຍຊີວິດສູງຢູ່ ມີບາງປະເທດມີຜູ້ຕິດເຊື້ອໃໝ່ ໃນວັນທີ 5 ພຶດສະພາ 2020 ນີ້ ເຖິງ 632 ຄົນ ແລະ ເສຍຊີວິດໃນມື້ດຽວຢູ່ກຸ່ມປະເທດອາຊຽນເຖິງ 23 ຄົນ.
ຂ່າວ: ເພັດໂພໄຊ

