ຄະນະສະເພາະກິດ ລາຍງານໃຫ້ຊາບ ໃນມື້ວານນີ້ວ່າ ນັບແຕ່ເດືອນມັງກອນ ມາຮອດ ວັນທີ 7 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 2,733 ຕົວຢ່າງ, ກວດພົບເຊື້ອທັງໝົດ 19 ຄົນ ແລະ ກໍ່ເປັນ 4 ອາທິດຕິດຕໍ່ກັນແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່.
ເຖິງວ່າຈະບໍ່ພົບຜູ້ຕິດເຊື້ອໃໝ່ ແຕ່ຄະນະສະເພາະກິດ ກໍ່ຍັງໄດ້ສືບຕໍ່ເຝົ້າລະວັງ ໂດຍສະເພາະຕາມຈຸດຜ່ານແດນຕ່າງໆ ໂດຍມີການກວດນໍາໃຊ້ເຄື່ອງວັດອຸນຫະພູມຮ່າງກາຍ ແລະ ປະຕິບັດຕາມມາດຕະການປ້ອງກັນໂຄວິດ-19 ທຸກຂັ້ນຕອນໃນການກວດ ຜູ້ທີ່ຈະເຂົ້າມາ ສປປ ລາວ ໃນໄລຍະນີ້.
ໃນວັນທີ 7 ພຶດສະພາ 2020 ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 2,001 ຄົນ, ຈຸດຜ່ານດ່ານ ລາວ-ໄທ ທັງໝົດ 1,233 ຄົນ, ໃນນັ້ນ ມີຄົນລາວທີ່ໄປອອກແຮງງານຢູ່ໄທກັບມາລາວ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ 95 ຄົນ, ເຫຼືອນັ້ນ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ. ຈຸດຜ່ານດ່ານ ລາວ-ຈີນ ທັງໝົດ 17 ຄົນ ແລະ ຜ່ານດ່ານລາວ-ຫວຽດ ທັງໝົດ 751 ຄົນ, ເຊິ່ງທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ.
ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ຍັງເຫຼືອພຽງແຕ່ 83 ສູນ ແລະ ມີຜູ້ຈຳກັດບໍລິເວນຢູ່ສູນ 1,010 ຄົນ ພາຍຫຼັງຈໍານວນໜຶ່ງ ໄດ້ຄົບກໍານົດ 14 ວັນ ໃນການຈໍາກັດບໍລິເວນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະບໍ່ພົບເຊື້ອ ຈຶ່ງໄດ້ອະນຸຍາດໃຫ້ກັບບ້ານ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ

