ຄະນະສະເພາະກິດ ລາຍງານໃຫ້ຊາບໃນຕອນບ່າຍມຶ້ນີ້ວ່າ ຈໍານວນ 6 ຄົນ ລວມທັງຜູ້ຕິດເຊື້ອກໍລະນີທີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍມິດຕະພາບ, ທັງໝົດເຫັນວ່າມີອາການເບົາບາງ ແລະ ສືບຕໍ່ຕິດຕາມອາການ ແລະ ກວດວິເຄາະຊອກຫາເຊື້ອອີກໃນໜຶ່ງອາທິດຕໍ່ໜ້າ.
ຖ້າຫາກວ່າຜົນກວດບໍ່ພົບເຊື້ອໂຄວິດ-19 ຕິດຕໍ່ກັນ 2 ຄັ້ງພາຍໃນ 24 ຊົ່ວໂມງແມ່ນຈະໄດ້ອະນຸຍາດໃຫ້ອອກໂຮງໝໍ.
ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງຂ່າວໃຫ້ຊາບຕື່ມອີກວ່າ ຂໍ້ມູນສໍາຄັນໃນມື້ນີ້ ແມ່ນການລາຍງານປະຈໍາວັນຂອງລະບົບເຝົ້າລະວັງພະຍາດຈາກແຕ່ລະແຂວງທົ່ວປະເທດ ມາຫາສູນປະຕິບັດງານສຸກເສີນຂອງກະຊວງສາທາລະນະສຸກ, ເຊິ່ງຂໍ້ມູນທັງໝົດໄດ້ຢັ້ງ ຢືນວ່າ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໃໝ່ ແລະ ນີ້ແມ່ນ 29 ມື້ຕິດຕໍ່ກັນແລ້ວທີ່ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 3,547 ຕົວຢ່າງ, ມີຈໍານວນຜູ້ຕິດເຊື້ອທັງໝົດຍັງເປັນ 19 ຄົນເທົ່າເດີມ.
ບັນຫາສຳຄັນປະຈຸບັນແມ່ນການຕິດຕາມວິເຄາະກວດຫາຜູ້ຕິດເຊື້ອທີ່ເດີນທາງເຂົ້າມາປະເທດພວກເຮົາ, ໂດຍສະເພາະແມ່ນຄົນລາວທີ່ໄປອອກແຮງງານຢູ່ຕ່າງປະເທດກັບມາບ້ານຜ່ານຈຸດຜ່ານແດນຕ່າງໆ ລວມທັງ ຜູ້ທີ່ເຂົ້າມາໂດຍເສັ້ນທາງທຳມະຊາດ, ທາງທ້ອງຖິ່ນ, ຮາກຖານຕ່າງໆ. ມື້ວານນີ້ ເກັບຕົວຢ່າງມາກວດທັງໝົດ 360 ຕົວຢ່າງ, ໃນນັ້ນມີຜູ້ຄົນລາວກັບມາແຕ່ຕ່າງປະເທດ 299 ຕົວຢ່າງ ເຊິ່ງໃຫ້ຜົນກວດແມ່ນລົບທັງໝົດ (ບໍ່ພົບເຊື້ອ).
ມື້ນີ້ ກອງເລຂາຄະນະສະເພາະກິດພວກເຮົາ ກໍ່ໄດ້ລົງໄປຢ້ຽມຢາມສູນຈຳກັດບໍລິເວນ ນະຄອນຫຼວງວຽງຈັນ ຢູ່ສູນຝຶກອົບຮົມຂອງກອງທັບຫຼັກ 27 ເຊິ່ງປະຈຸບັນມີຜູ້ພັກຢູ່ສູນ ຈຳນວນ 374 ຄົນ, ຍິງ 127 ຄົນ, ເຊິ່ງມີຖິ່ນຖານມາຈາກຕ່າງແຂວງ, ເຫັນວ່າສູນແມ່ນມີມາດຕະຖານດີສົມຄວນ ທາງດ້ານທີ່ພັກ ເຊົາ, ເປັນເຂດຈຳກັດບໍລິເວນສະເພາະ, ມີຄວາມປອດໄພສູງ, ບັນດາແຮງງານເຫຼົ່ານີ້ ພາຍຫຼັງກວດວິເຄາະບໍ່ພົບເຊື້ອແລ້ວຈໍາ ນວນໜຶ່ງ ຈະໄດ້ເດີນທາງກັບຄືນໄປແຂວງ ຂອງຕົນ ຈຳນວນໜຶ່ງກໍ່ຈະໄດ້ສືບຕໍ່ຈຳກັດບໍລິເວນຢູ່ນີ້ຈົນຄົບ 14 ວັນ.
ຂ່າວ: ວຽງຈັນທາຍ

