ເຫດໄຟໄໝ້ຢູ່ບ້ານປາກທ້າງປະເມີນຜົນເສຍຫາຍເບື້ອງຕົ້ນ ປະມານ 140 ຕື້ກີບ

ເຫດໄຟໄໝ້ຢູ່ບ້ານປາກທ້າງປະເມີນຜົນເສຍຫາຍເບື້ອງຕົ້ນ ປະມານ 140 ຕື້ກີບ

ຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເຫດໄຟໄໝ້ຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນໃນວັນທີ 11 ມິຖຸນາ ທີ່ຜ່ານມານີ້ ປະເມີນຜົນເສຍຫາຍເບື້ອງຕົ້ນ ປະມານ 140 ຕື້ກີບ (ໜຶ່ງຮ້ອຍສີ່ສິບຕື້ກີບ);  ຈຸດທີ່ໄຟໄໝ້ແມ່ນຮ້ານ T2 ອາໄຫຼ່ ແລະ ສາງມ້ຽນເຄື່ອງອາໄຫຼ່ລົດ; ລັກສະນະຂອງຮ້ານ ເປັນເຮືອນ 4 ຊັ້ນກໍ່ຊີມັງ, ສມຸງຊີແພັກ, ຂະໜາດ 20 × 30 ແມັດ; ຜົນເສຍຫາຍ ມີເຮືອນ 1 ຫຼັງ, ພ້ອມສາງເກັບເຄື່ອງອາໄຫຼ່ລົດ ຖືກໄຟໄໝ້ໝົດ; ນອກນີ້ ຍັງມີເຮືອນໃກ້ຄຽງຖືກໄຟລວກເສຍຫາຍຫຼາຍສົມຄວນ 3 ຫຼັງ ປະເມີນຜົນເສຍຫາຍທັງ 3 ຫຼັງລວມປະມານ 50.000.000 ກີບ ແລະ ໂຮງແຮມ 1 ຫຼັງ (ຖືກໄຟລວກເລັກໜ້ອຍ).

ສ່ວນສາເຫດຂອງໄຟໄໝ້, ຍັງຢູ່ໃນລະຫວ່າງການສອບສວນຂອງເຈົ້າໜ້າທີ່, ປັດຈຸບັນ ເຈົ້າໜ້າທີ່ກຳລັງເກັບກຳຂໍ້ມູນຫຼັກຖານຢ່າງລະອຽດຖີ່ຖ້ວນ ຈິ່ງສາມາດສະຫຼຸບສາເຫດໄດ້.

ທ້າວ ແສງອຸໄທ ອາຍຸ 45 ປີ ອາຊີບ ຄ້າຂາຍ, ສັນຊາດລາວ ຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຈົ້າຂອງເຮືອນ (ຮ້ານຂາຍອາໄຫຼ່ລົດ) ທີ່ເກີດເຫດໄຟໄໝ້ ໄດ້ໃຫ້ຂໍ້ມູນໃນເບື້ອງຕົ້ນຕໍ່ເຈົ້າໜ້າທີ່ວ່າ: ເຫດການໄຟໄໝ້ໄດ້ເກີດຂຶ້ນໃນເວລາປະມານ 6 ໂມງເຊົ້າ ຂອງວັນທີ 11 ມີຖຸນາ 2026, ເມື່ອເຫັນເຫດການ ຕົນເອງ ພ້ອມພະນັກງານພາຍໃນຮ້ານ ແລະ ສະມາຊິກພາຍໃນຄອບຄົວໄດ້ພ້ອມກັນເອົາບັ້ງມອດໄຟ ຈຳນວນ 5 ບັ້ງ ເຂົ້າມອດໄຟ ແຕ່ໄຟໄດ້ລຸກໄໝ້ຢ່າງແຮງ ບໍ່ສາມາດດັບມອດໄຟໄດ້ ຈຶ່ງໄດ້ໂທແຈ້ງເຈົ້າໜ້າທີ່ມອດໄຟ.

ເມື່ອໄດ້ຮັບແຈ້ງເຫດ, ກໍໄດ້ແຕ່ງຕັ້ງກໍາລັງ ພ້ອມພາຫະນະມອດໄຟອອກໄປສະຖານທີ່ເກີດເຫດໃນທັນທີ ໃຊ້ເວລາ 12 ນາທີ ຮອດຈຸດເກີດເຫດ ແລະ ໄດ້ເຂົ້າດັບມອດໄຟ ພ້ອມທັງໄດ້ປະສານຫາພາກສ່ວນກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກອງບັນຊາການ ປກສ ເມືອງ ໄຊເສດຖາ, ເມືອງສີໂຄດຕະບອງ, ເມືອງນາຊາຍທອງ, ກູ້ໄພ 1628, ກູ້ໄພ 1623 ເຂົ້າມາສົມທົບຊ່ວຍກັນມອດໄຟ ໃຊ້ເວລາ 8 ຊົ່ວໂມງ ຈຶ່ງດັບມອດໄຟສໍາເລັດ, ໃຊ້ລົດມອດໄຟ 12 ຄັນ.

ທີ່ມາແຫຼ່ງຂໍ້ມູນຂ່າວ: ຄຳໂຖ

ພາບ: ສິດທິພັນ

Related Articles

Leave a Reply