ແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງ ແຈ້ງໃຫ້ຮູ້ໃນວັນທີ 14 ມິຖຸນາ 2026 ວ່າ: ນັບແຕ່ຕົ້ນປີ ມາຮອດວັນທີ 13 ມິຖຸນາ 2026 ນີ້, ລົດໄຟລາວ-ຈີນ ສາມາດຂົນສົ່ງສິນຄ້າໄດ້ຫຼາຍກວ່າ 10 ລ້ານໂຕນ, ໂດຍສະເລ່ຍແລ້ວຂົນສົ່ງສິນຄ້າຫຼາຍກວ່າ 67.000 ໂຕນຕໍ່ມື້, ຂະນະທີ່ການຂົນສົ່ງສິນຄ້າຂ້າມຊາຍແດນບັນລຸຫຼາຍກວ່າ 2,5 ລ້ານໂຕນ.
ຕາມຂ່າວແຈ້ງວ່າ: ພາຍໃຕ້ມາດຕະການຕ່າງໆທີ່ພາກສ່ວນທາງລົດໄຟຂອງຈີນຈັດຕັ້ງປະຕິບັດ, ເຮັດໃຫ້ເວລາໃນການຂົນສົ່ງສິນຄ້າຜ່ານທາງລົດໄຟ ລະຫວ່າງ ລາວ, ໄທ ແລະ ປະເທດໃນເອີຣົບຫຼຸດລົງເຫຼືອພຽງ 15 ວັນໂດຍໃຊ້ການຂົນສົ່ງດ່ວນຜ່ານຂະບວນລົດໄຟສິນຄ້າ ຈີນ-ເອີຣົບ ຢູ່ທ້ອງຖິ່ນຕ່າງໆຂອງຈີນ ເຊັ່ນ: ນະຄອນຈຸ່ງກິ່ງ ແລະ ແຂວງເສສວນເປັນຕົ້ນ.
ສິນຄ້າຂ້າມຊາຍແດນ ສາມາດກວມເອົາ 31 ແຂວງ, ເຂດປົກຄອງຕົນເອງ ແລະ ກໍາແພງນະຄອນຂອງຈີນ ກໍຄື 19 ປະເທດ ແລະ ເຂດແຄ້ວນ ເປັນຕົ້ນ ແມ່ນ ລາວ, ໄທ ແລະ ຫວຽດນາມ, ປະເພດສິນຄ້າທີ່ຂົນສົ່ງ ຈາກ 10 ກວ່າຊະນິດໃນໄລຍະເບື້ອງຕົ້ນຂອງການເປີດນໍາໃຊ້ເສັ້ນທາງລົດ ລາວ-ຈີນ ໄດ້ເພີ່ມຂຶ້ນເປັນ 3.800 ກວ່າຊະນິດໃນປັດຈຸບັນ. ໃນນັ້ນ, ຂະບວນລົດໄຟຕູ້ແຊ່ເຢັນລະຫວ່າງ ຈີນ-ລາວ-ໄທ ໄດ້ໃຫ້ການບໍລິການຢ່າງເປັນປົກກະຕິແລ້ວ, ເຮັດໃຫ້ໝາກໄມ້ສົດຈາກອາຊີຕາເວັນອອກສຽງໃຕ້ສາມາດຂົນສົ່ງເຖິງຕະຫຼາດຈີນພາຍໃນເວລາ 3 ມື້ເທົ່ານັ້ນ.
ນັບມາຮອດວັນທີ 13 ມິຖຸນາ 2026 ນີ້, ຈີນ ໄດ້ນໍາເຂົ້າໝາກໄມ້ຜ່ານເສັ້ນທາງລົດໄຟ ລາວ-ຈີນ ຫຼາຍກວ່າ 185.000 ໂຕນ, ເພີ່ມຂຶ້ນ 73,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ຂ່າວ: CMG FM93

