ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການໃນມື້ວານນີ້ ກ່ຽວກັບການປະຕິບັດບັນດາມາດຕະການຜ່ອນຜັນ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ນອກຈາກຜ່ອນຜັນຫຼາຍມາດຕະການແລ້ວ ກໍ່ຍັງເຫັນດີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງ 06/ນຍ.
ບັນດາມາດຕະການ ທີ່ເຫັນດີໃຫ້ຜ່ອນຜັນ ແລະ ໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດນັ້ນ ແມ່ນເປັນການຊົ່ວຄາວ, ເຊິ່ງມີໄລຍະປະຕິບັດແຕ່ວັນທີ 18 ພຶດສະພາ ຫາ ວັັນທີ 1 ມິຖຸນາ 2020
ບາງມາດຕະການທີ່ໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ລວມມີ ສືບຕໍ່ປິດຕະຫຼາດກາງຄືນ, ຮ້ານບັນເທີງ, ຮ້ານກິນ-ດື່ມ (ເຫຼົ້າ, ເບຍ ແລະ ສິ່ງມຶນເມົາ), ຮ້ານຄາຣາໂອເກະ, ຮ້ານເກມ, ໂຮງສາຍຮູບເງົາ, ກາຊິໂນ ແລະ ການຈັດລາຍການແຂ່ງຂັນກິລາ ທີ່ມີຜູ້ເຂົ້າຊົມຈຳນວນຫຼາຍ ຊຶ່ງບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດໄດ້ ແລະ ມີຄວາມສ່ຽງຕໍ່ການຕິດເຊື້ອ.
ຫ້າມຈັດກິດຈະກຳຊຸມນຸມ (ບໍ່ເປັນທາງການ), ຊຸມແຊວ ແລະ ງານສັງສັນ. ຫ້າມຈັດງານປະເພນີ ແລະ ງານດອງ ທີ່ມີຜູ້ເຂົ້າຮ່ວມເກີນ 50 ຄົນ ທີ່ບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດ ໄດ້ ແລະ ມີຄວາມສ່ຽງຕໍ່ການຕິດເຊື້ອ.
ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ ສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ເວັ້ນເສຍແຕ່ລົດຂົນສົ່ງສິນຄ້າ ແລະ ຜູ້ທີ່ໄດ້ຮັບການອະນຸຍາດຈາກຄະນະສະ ເພາະກິດ.
ສືບຕໍ່ໂຈະການອອກວີຊາທຸກປະເພດໃຫ້ບຸກຄົນທົ່ວໄປທີ່ເດີນທາງມາຈາກ ຫຼື ຜ່ານປະເທດ ທີ່ຍັງມີການລະບາດຂອງພະຍາດໂຄວິດ-19, ຍົກເວັ້ນແຕ່ ສໍາລັບນັກການທູດ, ຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈຳເປັນ ແລະ ຮີບດ່ວນ ເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ທີ່ມີຄວາມສຳຄັນ ແລະ ຈຳເປັນ, ແຕ່ຕ້ອງປະຕິບັດມາດຕະການຕ່າງໆ ຕາມຄຳແນະນຳຂອງຄະນະສະເພາະກິດ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ

