ໜຶ່ງເດືອນກວ່າທີ່ບໍ່ພົບຜູ້ຕິດເຊື້ອໃໝ່ຢູ່ລາວ, ແຕ່ບໍ່ຄວນປະໝາດ

ໜຶ່ງເດືອນກວ່າທີ່ບໍ່ພົບຜູ້ຕິດເຊື້ອໃໝ່ຢູ່ລາວ, ແຕ່ບໍ່ຄວນປະໝາດ

ຄະນະສະເພາະກິດ ໄດ້ແນະນໍາໃຫ້ທຸກຄົນໃນສັງຄົມສືບຕໍ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ, ເຖິງວ່າບໍ່ພົບຜູ້ຕິດເຊື້ອໃໝ່ເປັນເວລາ 1 ເດືອນກວ່າແລ້ວກໍ່ຕາມ. 

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນມື້ວານນີ້ວ່າ ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 14 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4,204 ຕົວຢ່າງ, ກວດພົບເຊື້ອສະສົມພຽງແຕ່ 19 ຄົນ, ເຊິ່ງປັດຈຸບັນ ຍັງເຫຼືອຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 5 ຄົນ ໃນນີ້ ຍິງ 4 ຄົນ ທັງໝົດເຫັນວ່າມີອາການປົກກະຕິພາຍຫຼັງ ປີ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ 14 ຄົນ.

ພ້ອມດຽວກັນນັ້ນ ຄະນະສະເພາະກິດ ກໍ່ໄດ້ຮຽກຮ້ອງໃຫ້ທຸກຄົນ ກໍບໍ່ຄວນປະໝາດຢ່າງເດັດຂາດ ເນື່ອງຈາກວ່າ ຍັງມີການລະບາດ ຢູ່ໃນໂລກ ແລະ ບາງປະເທດໃນອາຊຽນ. ບັນຫາສຳຄັນ ແມ່ນມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 24,100 ຄົນ ແລະ ເສຍຊີວິດ 1,607 ຄົນຕໍ່ມື້. ສະເພາະກຸ່ມປະເທດອາຊຽນກໍ່ເຫັນວ່າຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອໃໝ່ ປະຈຳວັນທີ 14 ພຶດສະພາ 2020 ສູງເຖິງ 752 ຄົນ, ໃນມື້ດຽວນີ້ຢູ່ກຸ່ມປະເທດອາຊຽນມີຜູ້ເສຍຊີວິດ 34 ຄົນ.

ສະນັ້ນ ຄະນະສະເພາະກິດ ຈຶ່ງແນະນໍາໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າໃນທົ່ວປະເທດ ສືບຕໍ່ປະຕິບັດບາງມາດຕະການ ຕາມຄຳສັ່ງ 06/ນຍ ແລະ ຍົກສູງຄວາມຮັບ ຜິດຊອບໃນການຕິດຕາມ, ເຝົ້າລະວັງການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ດ້ວຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ.

ພ້ອມດຽວກັນ ກໍ່ໃຫ້ອົງການປົກຄອງທຸກ ຂັ້ນສືບຕໍ່ໂຄສະນາເຜີຍແຜ່ ໃຫ້ສັງຄົມເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງກ່ຽວກັບຄວາມອັນຕະລາຍຂອງພະຍາດດັ່ງກ່າວ ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນຳຢ່າງລະອຽດ ແລະ ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ. ພ້ອມກັນນັ້ນ ກໍ່ໃຫ້ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍຂ່າວລວງ, ຂ່າວລື, ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ.

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ

Related Articles

Leave a Reply