ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຖະແຫຼງຕອນບ່າຍມື້ນີ້ວ່າ ໃນວັນທີ 15 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 109 ຄົນ ເຊິ່ງຜົນກວດທັງໝົດແມ່ນບໍ່ພົບເຊື້ອ.
ຕົວຢ່າງມາກວດລວມມີ ກໍລະນີສົງໄສມາກວດຄືນ 02 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 31 ຄົນ, ແຮງງານລາວ ທີ່ກັບມາແຕ່ປະເທດໄທ 73 ຄົນ. ນອກຈາກນີ້ ກໍ່ມີຜູ້ອອກໂຮງໝໍ 03 ຄົນຄື ນ້ຳເບີ 02, 06 ແລະ 13 ທີ່ມາກວດຄືນ ພາຍຫຼັງຈໍາກັດບໍລິເວນຢູ່ເຮືອບຄົບ 14 ວັນ.
ນອກນັ້ນ ແມ່ນມີແຮງງານຈີນທີ່ເຂົ້າມາ ແລະ ໄດ້ໄປຈຳກັດບໍລິເວນຢູ່ໂຮງແຮມດອນຈັນພາເລດ, ໄດ້ເກັບຕົວຢ່າງໃນຕອນຄ່ຳ ຂອງວັນທີ 15/05/2020 ຈຳນວນ 111 ຕົວຢ່າງ ແລະ ຈະກວດວິເຄາະຊອກຫາເຊື້ອ ໃນວັນທີ 16/05/2020.
ສັງລວມການກວດວິເຄາະ ນັບແຕ່ເດືອນມັງກອນ ຮອດ ວັນທີ 15 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4,424 ຕົວຢ່າງ, ກວດພົບເຊື້ອທັງໝົດ 19 ຄົນ ແລະ ກໍ່ເປັນ 34 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່.
ຂ່າວ: ວຽງຈັນທາຍ

