ຂ່າວດີ! ຈະຜ່າຕັດສົບແຫວ່ງ-ເພດານໂຫວ່ ຟຣີ ທີ່ໂຮງໝໍມະໂຫສົດ

ຂ່າວດີ! ຈະຜ່າຕັດສົບແຫວ່ງ-ເພດານໂຫວ່ ຟຣີ ທີ່ໂຮງໝໍມະໂຫສົດ

ບັນດາທ່ານພໍ່ແມ່ພີ່ນ້ອງ ຊາວນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ໃຜມີລູກຫຼານທີ່ມີບັນຫາອະໄວຍະວະຜິດຮູບ (ສົບແຫວ່ງ-ເພດານໂຫວ່ ) ໃຫ້ມາບໍລິການກວດ ແລະ ການຜ່າຕັດປີ່ນປົວ ຟຣີ ໃນລະຫວ່າງວັນທີ 25 ຫາ 30 ພະຈິກ 2026 ຢູ່ທີ່ພະແນກຜ່າຕັດ ປົວແປງ-ຕົບແຕ່ງ ໂຮງໝໍມະໂຫສົດ, ໂດຍການຮ່ວມມືກັນລະຫວ່າງທີມງານແພດຊ່ຽວຊານ ໂຮງໝໍມະໂຫສົດ ຮ່ວມກັບ ມູນນິທິພັດທະນາແມ່ຍິງຈີນ ແລະ ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ.

ສະນັ້ນ ຈື່ງຂໍເຊີນຊວນພໍ່ແມ່ພີ່ນ້ອງ ລູກຫຼານ ທີ່ມີບັນຫາຜິດປົກກະຕີທາງຮ່າງກາຍ ດັ່ງກ່າວ ມາຮັບການປີ່ນປົວ ເຂົ້າຮ່ວມກິດຈະກຳການກຸສົນ “ຮອຍຍິ້ມຂອງແມ່-ຄວາມຮັກ ໃນລາວ”, ທ່ານສາມາດໂທລະສັບສອບຖາມໄດ້ ທີ່ເບີ 020 22249023, 020 77310443 ແລະ 020 5523 4976 ເພື່ອລົງທະບຽນໄດ້ຕັ້ງແຕ່ມື້ນີ້ ເຖິງ ວັນທີ 20 ພະຈິກ 2026 ເພື່ອໃຫ້ໝໍໄດ້ກວດເພື່ອຂື້ນແຜນຜ່າຕັດ.

Related Articles

Leave a Reply