ຄາດວ່າຈີນ ຈະເພີ່ມກຳລັງຕິດຕັ້ງໄຟຟ້າພະລັງງານລົມ ແລະ ພະລັງງານແສງຕາເວັນປະມານ 300 ລ້ານກິໂລວັດໃນປີນີ້

ຄາດວ່າຈີນ ຈະເພີ່ມກຳລັງຕິດຕັ້ງໄຟຟ້າພະລັງງານລົມ ແລະ ພະລັງງານແສງຕາເວັນປະມານ 300 ລ້ານກິໂລວັດໃນປີນີ້

ອີງຕາມ “ບົດລາຍງານການພັດທະນາພະລັງງານໝູນວຽນຂອງຈີນ ປະຈໍາປີ 2025” ທີ່ເຜີຍແຜ່ໂດຍສະຖາບັນການວາງແຜນ ແລະ ອອກແບບດ້ານພະລັງງານໄຟຟ້ານ້ຳຕົກ ແລະ ຊົນລະປະທານຂອງຈີນ ສະແດງໃຫ້ເຫັນວ່າ: ປີ 2026, ກຳລັງຕິດຕັ້ງໄຟຟ້າພະລັງງານລົມ ແລະ ພະລັງງານແສງຕາເວັນທີ່ເພີ່ມຂຶ້ນໃໝ່ຂອງຈີນ ຈະມີເຖິງປະມານ 300 ລ້ານກິໂລວັດ, ພະລັງງານໝູນວຽນ ຈະສືບຕໍ່ເປັນກໍາລັງແຮງຕົ້ນຕໍໃນການຫັນປ່ຽນຮູບແບບການພັດທະນາຕາມທິດສີຂຽວ ແລະ ກາກບອນຕ່ຳຂອງຈີນ.

ນອກນີ້, ບົດລາຍງານຊີ້ໃຫ້ເຫັນວ່າ: ກຳລັງຕິດຕັ້ງພະລັງງານໝູນວຽນທີ່ເພີ່ມຂຶ້ນໃໝ່ຂອງໂລກ ໃນປີ 2025 ມີເຖິງປະມານ 702 ລ້ານກິໂລວັດ, ກວມເອົາ 84,7% ຂອງກໍາລັງຕິດຕັ້ງທີ່ເພີ່ມຂຶ້ນໃໝ່ຂອງຂະແໜງການໄຟຟ້າທົ່ວໂລກ. ຂະນະທີ່ຈີນ ໄດ້ປະກອບສ່ວນ 63,6% ຕໍ່ກໍາລັງຕິດຕັ້ງໄຟຟ້າພະລັງງານໝູນວຽນທົ່ວໂລກທີ່ເພີ່ມຂຶ້ນໃໝ່ ເຊິ່ງຈີນ ສືບຕໍ່ເປັນແຮງຂັບເຄື່ອນຕົ້ນຕໍໃນການຊຸກຍູ້ການເຕີບໂຕຂອງພະລັງງານໝູນວຽນທົ່ວໂລກ.

ຂ່າວ: CMG FM93

Related Articles

Leave a Reply