ມີນາ ສາວລາວ ແລະ ຄູໂຈໂຈ້, ຜູ້ສ້າງຄອນເທັ້ນອອນລາຍໃນລາວ ໄດ້ຮັບລາງວັນ The Best Influencer of Laos 2026 ໃນງານປະຊຸມຜູ້ສ້າງຄອນເທັ້ນອອນລາຍອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 1 (South Asia & Southeast Asia Online Content Creators Conference 2026) ເຊິ່ງໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ທີ່ ນະຄອນຄຸນໝິງ ປະເທດຈີນ ໃນວັນທີ 14 ມິຖຸນາ 2026
ໄດ້ສ້າງຄວາມປະທັບໃຈໃຫ້ແກ່ໃຜຫຼາຍໆຄົນ, ພ້ອມທັງ ຍັງໄດ້ເຜີຍແຜ່ວັດທະນະທຳສູ່ສາກົນ ເປັນຕົ້ນກໍແມ່ນປະເທດຈີນ, ຕະຫຼອດໄລຍະທີ່ຜ່ານມາ ທັງສອງຄົນກໍໄດ້ຮັບລາງວັນມາກ່ອນອີກດ້ວຍ.
ຄູໂຈໂຈ້ ແລະ ນ້ອງມີນາ ກໍປຽບເໝືອນກະບອກສຽງ ແລະ ເປັນສະພານເຊື່ອມໂຍງ ທີ່ພ້ອມຈະສົ່ງຕໍ່ Soft Power ຂອງລາວ ບໍ່ວ່າຈະເປັນດ້ານການທ່ອງທ່ຽວ, ອາຫານ, ສິລະປະວັດທະນະທຳ ແລະ ຮອຍຍິ້ມອັນເປັນເອກະລັກ ໃຫ້ກັບບັນດາອິນຟູເອັນເຊີ ແລະ ຜູ້ເຂົ້າຮ່ວມງານຈາກທົ່ວທຸກມຸມໂລກໄດ້ຮູ້ຈັກ ສປປ ລາວ ຫຼາຍຂຶ້ນ.
ການໄດ້ຮັບລາງວັນໃນຄັ້ງນີ້ ຖືເປັນການຢັ້ງຢືນເຖິງສັກກະຍະພາບ, ຄວາມສາມາດ ແລະ ຄຸນນະພາບໃນການສ້າງສັນຄອນເທນຂອງຄູໂຈໂຈ້ ແລະ ມີນາ ທີ່ໂດດເດັ່ນ ແລະ ເປັນທີ່ຍອມຮັບໃນລະດັບສາກົນ.
ເຊິ່ງຈາກພາບຈະເຫັນໄດ້ວ່າ ສາວມີນາ ແລະ ຄູໂຈໂຈ້ ມາໃນຊຸດປະຈຳຊາດລາວທີ່ງົດງາມ ແລະ ອ່ອນຊ້ອຍຂັ້ນສຸດ ພ້ອມທັງຖືຖ້ວຍລາງວັນສີທອງ ແລະ ປ້າຍລາງວັນກຽດຕິຍົດຢ່າງພາກພູມໃຈ ໂດຍໃນປ້າຍລາງວັນຍັງລະບຸການຮ່ວມມືອັນຊົງກຽດໃນນາມ “The South and Southeast Asia Online Content Creator Alliance Star Co-Creator” ຈາກທາງ Yunnan Media Group (LMCC) ອີກດ້ວຍ ຖືເປັນເວທີໃຫຍ່ທີ່ຮວບຮວມເອົາເຫຼົ່າຄຣີເອເຕີ ແລະ ຜູ້ສ້າງສັນຄອນເທນຊັ້ນນຳ ຈາກພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ມາຮ່ວມງານຢ່າງຄຶກຄັກໃນລະຫວ່າງວັນທີ 6-12 ມິຖຸນາ 2026 ທີ່ຜ່ານມານີ້.

