ຈົ້າໜ້າທີ່ທຳລາຍປາມຶກແຊ່ ສານຟໍມາລີນ 620 ກິໂລກຣາມ

ຈົ້າໜ້າທີ່ທຳລາຍປາມຶກແຊ່ ສານຟໍມາລີນ 620 ກິໂລກຣາມ

ເມື່ອມໍ່ໆມານີ້, ເຂົ້າໜ້າທີ່ພະແນກຕໍາຫຼວດສິ່ງແວດລ້ອມ ຮ່ວມກັບ ເຈົ້າໜ້າທີ່ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ທຳລາຍປາມຶກມີສານຕົກຄ້າງ ແລະ ປົນເປື້ອນ 620 ກິໂລກຣາມ.

ພັນໂທ ຈັນສະໝຸດ ຈັນທະລັງສອນ ຮອງຫົວໜ້າພະແນກຕຳຫຼວດສິ່ງແວດລ້ອມ ປກສ ນະຄອນຫຼວງວຽງຈັນ ລາຍງານວ່າ: ປາມຶກທີ່ນຳມາທຳລາຍຄັ້ງນີ້ ແມ່ນຢຶດໄດ້ຢູ່ບ້ານໂພນໄຮຄໍາ ເມືອງໄຊທານີ ຕາມການແຈ້ງເບາະແສຈາກພົນລະເມືອງດີ, ພົບປາມຶກທີ່ແຊ່ແລ້ວກຽມສົ່ງອອກຂາຍ 220 ກິໂລ, ປາມຶກພວມແຊ່ຢູ່ຊາມ 400 ກິໂລ, ສານຟໍມາລີນ 4 ຕຸກ ແລະ ໂຊດາໄຟ 9 ກິໂລ ພ້ອມນຳຕົວຜູ້ກ່ຽວມາໃຫ້ຂໍ້ມູນ.

ທີ່ມາແຫຼ່ງຂໍ້ມູນ: ປກສ ນະຄອນຫຼວງວຽງຈັນ

Related Articles

Leave a Reply