ຫວຽດນາມ ມອບສານ​ເຄມີ​ຜະລິດ​ນໍ້າ​ຢາ​ລ້າງມືຕ້ານ​ພະຍາດ​ໂຄ​ວິດ-19 ໃຫ້ລາວ

ຫວຽດນາມ ມອບສານ​ເຄມີ​ຜະລິດ​ນໍ້າ​ຢາ​ລ້າງມືຕ້ານ​ພະຍາດ​ໂຄ​ວິດ-19 ໃຫ້ລາວ

ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ມອບສານເຄມີ ພ້ອມດ້ວຍອຸປະກອນ​​ຜະລິດນໍ້າຢາລ້າງມືແຫ້ງປະກອບມີ: ຜະລິດຕະພັນ​​ເຫຼົ້າ 90 ຈໍານວນ 5,000 ລິດ ພ້ອມດ້ວຍທາດປະສົມອື່ນໆອີກ 4 ຊະນິດ ແລະ ກະຕຸກຢາງຂະໜາດ 500ml (ມີລີລິດ) 1,200 ອັນ ໃຫ້ແກ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ ​​ເພື່ອຜະລິດນໍ້າຢາລ້າງມືແຫ້ງຕ້ານພະຍາດໂຄວິດ-19.

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວຈັດຂຶ້ນໃນວັນທີ 22 ພຶດສະພາ 2020 ຢູ່ທີ່ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ.

ເຄື່ອງຊ່ວຍເຫຼືອດັ່ງກ່າວມອບໂດຍແມ່ນ ທ່ານ ຮສ. ປອ ເຈີ່ນຕ່ວນແອງ ຮອງຫົວໜ້າສະພາບັນດິດວິທະຍາສາດ ​​ແລະ ເຕັກໂນໂລຊີ ສສ ຫວຽດນາມ ແລະ ຮັບໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ.

ເຖິງວ່າ ສສ ຫວຽດນາມ ຍັງປະສົບກັບຄວາມຍຸ້ງຍາກຫຼາຍປະການໂດຍສະເພາະການຟື້ນຟູເສດຖະກິດທີ່ຖືກກະທົບຈາກການລະບາດພະຍາດໂຄວິດ-19 ທີ່ຫາກໍ່ຄວບຄຸມໄດ້ບໍ່ດົນມານີ້, ແຕ່ບົນຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ກໍ່ຄືນ້ຳໃຈສາກົນກຳມະຊີບອັນສູງສົງຂອງຕົນ ລັດຖະບານ ແລະ ປະຊາຊົນຫວຽດນາມ ໂດຍສະເພາະ ແມ່ນສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຍັງໄດ້ບິແບ່ງວັດຖຸປັດໄຈມາຊ່ວຍລັດຖະບານ ກໍ່ຄືປະຊາຊົນລາວ ໂດຍສະເພາະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນການຕ້ານພະຍາດໂຄວິດ-19.

ໃນໂອກາດກ່າວຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ທ່ານ ແສງເພັດ  ຮຸ່ງບຸນຍວງ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບ​​ໃຈຢ່າງຈິງໃຈມາຍັງ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ,  ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ມອບເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ໃຫ້ແກ່ ສປປ ລາວ ແລະ ຍັງໄດ້ຢືນຢັນວ່າອຸປະກອນ ທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ຈະສົ່ງຕໍ່ໄປຍັງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງລາວ ເພື່ອຜະລິດນ້ຳຢາລ້າງມືແຫ້ງຮັບໃຊ້ສັງຄົມ ​​ໃນການນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ຢູ່ ສປປ ລາວ ຢ່າງມີປະສິດທິຜົນສູງ.

ຂ່າວ: ວຽງຈັນທາຍ 

Related Articles

Leave a Reply