Vientiane Times Lao
ທູດຈີນປະຈໍາລາວ ສະແດງຄວາມເຫັນກ່ຽວກັບການສ້າງກົດໝາຍຮັກສາຄວາມໝັ້ນຄົງແຫ່ງຊາດຂອງຮົງກົງ

ທູດຈີນປະຈໍາລາວ ສະແດງຄວາມເຫັນກ່ຽວກັບການສ້າງກົດໝາຍຮັກສາຄວາມໝັ້ນຄົງແຫ່ງຊາດຂອງຮົງກົງ

ທ່ານ ຈ່ຽງ ຈາຍດົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ ພາຍຫຼັງກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 ທີ່ໄດ້ຄົ້ນຄວ້າ ແລະ ຮັບຮອງເອົາມະຕິຕົກລົງການຮ່າງກົດໝາຍຂອງສະພາປະຊາຊົນແຫ່ງຊາດຈີນ ກ່ຽວກັບການສ້າງ ແລະ ປັບປຸງລະບຽບກົດໝາຍ ແລະ ກົນໄກປະຕິບັດກົດໝາຍ ຂອງເຂດປົກຄອງພິເສດ ຮົງກົງ ໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ.

ຄໍາຖາມ: ເປັນຫຍັງໃນເວລານີ້ຝ່າຍຈີນຕ້ອງສົ່ງເສີມການສ້າງແລະປັບປຸງລະບຽບກົດໝາຍແລະກົນໄກປະຕິບັດກົດໝາຍຂອງເຂດປົກຄົງພິເສດຮົງກົງໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ?

ຕອບ: ພາຍຫຼັງຮົງກົງກັບຄືນສູ່ປະເທດຈີນ ແລະຈີນໄດ້ຈັດຕັ້ງປະຕິບັດ ທິດທາງນະໂຍບາຍ “ປະເທດ ດຽວສອງລະບອບ” “ຊາວຮົງກົງ ປົກຄອງຮົງກົງ” ແລະ ປົກຄອງ ຕົນເອງໃນລະດັບສູງ, ແລະ “ປະ ເທດດຽວສອງລະບອບ” ໄດ້ປະສົບຜົນສໍາເລັດທີ່ບໍ່ເຄີຍມີມາກ່ອນໃນຮົງກົງ, ພ້ອມກັນນີ້ກໍໄດ້ປະ ເຊີນໜ້າກັບຄວາມສ່ຽງໃໝ່, ປັດຈຸບັນ, ບັນຫາທີ່ພົ້ນເດັ່ນ ແມ່ນຄວາມສ່ຽງທີ່ມີອັນຕະລາຍເຖິງ ຄວາມໝັ້ນຄົງແຫ່ງຊາດໃນ ຮົງກົງ. ໂດຍສະເພາະນັບຕັ້ງແຕ່ ເຫດການປັ່ນປ່ວນທີ່ເກີດຂຶ້ນ ຢູ່ຮົງກົງໃນປີ 2019, ອິດທິກຳລັງຮົງກົງເອກະລາດ ແລະ ແຕກແຍກປະເທດຈີນໄດ້ ເຄື່ອນໄຫວຫຼາຍຂຶ້ນ, ການກໍ່ການຮ້າຍສືບຕໍ່ຍົກລະດັບສູງຂຶ້ນ ແລະ ອິດທິກຳລັງພາຍ ນອກໄດ້ແຊກແຊງເຂົ້າເລິກ ວຽກງານຮົງກົງຢ່າງຜິດກົດ ໝາຍ ທັງໝົດເຫຼົ່ານີ້ລ້ວນແຕ່ ໄດ້ທຳລາຍຄວາມໝັ້ນຄົງແຫ່ງ ຊາດຂອງຈີນຢ່າງໜັກໜ່ວງ, ຍັງເປັນການຂົ່ມຂູ່ຢ່າງໃຫຍ່ຫຼວງຕໍ່ຮົງກົງໃນການຮັກສາຄວາມຈະເລີນຮຸ່ງ ເຮືອງ ແລະ ສະຖຽນລະພາບຂະນະທີ່ຊຸກ ຍູ້ນະໂຍບາຍ “ປະເທດດຽວສອງລະບອບ”, ຈຳເປັນຕ້ອງປະຕິບັດມາດຕະ ການເຂັ້ມແຂງ ເພື່ອປ້ອງກັນ, ສະກັດກັ້ນ ແລະ ລົງໂທດ.

ຄວນຊີ້ໃຫ້ເຫັນວ່າ ມາດຕາ 23 ຂອງກົດໝາຍພື້ນຖານຂອງຮອງກົງໄດ້ກຳນົດຢ່າງຈະແຈ້ງກ່ຽວ ກັບການຮັກສາຄວາມໝັ້ນ ຄົງແຫ່ງຊາດ, ຮຽກຮ້ອງໃຫ້ເຂດປົກຄອງພິເສດຮົງກົງນິຕິບັນຍາ ແລະ ປະຕິບັດດ້ວຍຕົນເອງ, ເຊິ່ງສະແດງໃຫ້ເຫັນເຖິງຄວາມ ໄວ້ເນື້ອເຊື່ອໃຈຂອງລັດຖະບານສູນກາງທີ່ມີຕໍ່ຮົງກົງ ແລະ ຍັງໄດ້ຊີ້ແຈງວ່າຮົງກົງມີຄວາມ ຮັບຜິດຊອບດ້ານລັດຖະທຳມະນູນ ໃນການ ຮັກສາຄວາມໝັ້ນຄົງຂອງຊາດ ແລະ ພັນທະນິຕິກຳ. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງຮົງກົງກັບຄືນສູ່ ປະເທດຈີນຫຼາຍກວ່າ 20 ປີທີ່ຜ່ານມາ, ເນື່ອງຈາກການກີດຂວາງທີ່ເຂັ້ມແຂງຂອງອິດທິກຳລັງ ຮົງກົງ ທີ່ປັ່ນປ່ວນ ແລະ ກຳລັງສັດຕູພາຍນອກ, ວຽກງານການສ້າງກົດໝາຍ ຕາມມາດຕາ 23 ດັ່ງ ກ່າວບໍ່ໄດ້ສຳເລັດ ແລະ ມີຄວາມສ່ຽງທີ່ຈະຖືກ “ຕົກຄ້າງ” ເປັນເວລາດົນນານ. ບັນດາຂໍ້ກຳນົດທີ່ ກ່ຽວຂ້ອງຂອງກົດໝາຍປະຈຸ ບັນຂອງຮົງກົງແມ່ນຍາກທີ່ຈະ ຈັດຕັ້ງປະຕິບັດຢ່າງມີປະສິດທິ ຜົນ, ລະບົບກົດໝາຍແລະກົນໄກການບັງຄັບໃຊ້ໃນການປົກປ້ອງຄວາມປອດໄພແຫ່ງຊາດມີຈຸດອ່ອນທີ່ບໍ່ສົມບູນ, ບໍ່ເໝາະສົມແລະບໍ່ສອດຄ່ອງ, ເຊິ່ງກໍ່ພາໃຫ້ເກີດກິດຈະກຳຕ່າງໆໃນຮົງກົງທີ່ເປັນໄພອັນ ຕະລາຍຕໍ່ຄວາມ ໝັ້ນຄົງ ຂອງຊາດ.

ດັ່ງທີ່ພວກເຮົາຮູ້ກັນວ່າ, ການຮັກສາຄວາມໝັ້ນຄົງຂອງຊາດແມ່ນໜ້າທີ່ຂອງອົງການປົກຄອງສູນກາງ. ລັດຖະບານກາງມີຄວາມຮັບຜິດຊອບສູງສຸດ ແລະ ສຸດທ້າຍ ສຳລັບຄວາມໝັ້ນຄົງແຫ່ງ ຊາດຂອງບັນດາທ້ອງຖິ່ນ, ພ້ອມທັງສາມາດຊົມໃຊ້ທຸກສິດທີ່ຈຳເປັນ ນີ້ແມ່ນທິດສະດີ ພື້ນຖານ ແລະ ຫຼັກການຂອງ ອະທິປະໄຕແຫ່ງຊາດ, ແລະ ກໍ່ແມ່ນມູນເຊື້ອຂອງທຸກໆປະເທດໃນໂລກ. ລັດຖະບານ ກາງຂອງຈີນມີຄວາມເປັນຫ່ວງທີ່ສຸດຕໍ່ຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຂອງ ຮົງກົງ ແລະ ສະຫວັດດີການ ຂອງພີ່ນ້ອງຮົງກົງ, ບໍ່ອະນຸຍາດໃຫ້ອິດທິກຳລັງສັດຕູທັງພາຍໃນ ແລະ ພາຍ ນອກດໍາເນີນກິດຈະການຕ່າງໆ ທີ່ແຕກແຍກປະເທດ ໂຄ່ນລົ້ມລະບອບ, ການກໍ່ການຮ້າຍ, ແລະ ແຊກແຊງເຂົ້າໃນວຽກງານ ຮົງກົງ.

ເວົ້າລວມແລ້ວ, ເມື່ອຄວາມ ໝັ້ນຄົງແຫ່ງຊາດຂອງຮົງກົງຖືກຂົ່ມຂູ່ ແລະ ສ້າງຄວາມເສຍ ຫາຍຢ່າງໜັກໜ່ວງ, ແລະ ອໍານາດການປົກຄົງຮົງກົງມີຄວາມຫຍຸ້ງຍາກໃນການສຳເລັດ ນິຕິບັນຍາ ດ້ານຄວາມໝັ້ນຄົງແຫ່ງຊາດ, ນໍາໃຊ້ມາດຕະການເດັດຂາດເພື່ອສ້າງ ແລະ ປັບປຸງລະບຽບກົດ ໝາຍ ແລະ ກົນໄກປະຕິບັດກົດໝາຍຂອງເຂດປົກຄົງພິເສດຮົງກົງ ໃນການປົກປັກຮັກສາຄວາມ ໝັ້ນຄົງແຫ່ງຊາດ ແລະ ປ່ຽນແປງສະພາບການທີ່ມີຊ່ອງຫວ່າງໃນຂົງເຂດຄວາມໝັ້ນຄົງ ແຫ່ງຊາດແມ່ນ ການຮັບປະກັນທີ່ຈໍາເປັນ ແລະ ທັນການເພື່ອຈັດຕັ້ງປະຕິບັດນະໂຍບາຍ “ປະເທດດຽວ ສອງລະບົບ” ຢ່າງຍາວນານ.

ຄໍາຖາມ: ຝ່າຍຈີນຈະສ້າງ ແລະ ປັດປຸງລະບຽບກົດໝາຍ ແລະ ກົນໄກປະຕິບັດກົດໝາຍ ຂອງ ເຂດປົກຄອງພິເສດຮົງກົງໃຫ້ສົມບຸນເພື່ອປ້ອງກັນຄວາມປອດໄພ ແຫ່ງຊາດໃນຂັ້ນຊາດແນວໃດ?

ຕອບ: ໃນຂະບວນການສ້າງ ແລະ ປັດປຸງລະບຽບກົດໝາຍ ແລະ ກົນໄກປະຕິບັດກົດໝາຍ ຂອງ ເຂດປົກຄອງພິເສດຮົງກົງ ເພື່ອປ້ອງກັນຄວາມປອດໄພແຫ່ງຊາດໃນຂັ້ນ ຊາດໃນສະຖານະການໃໝ່ ພວກຂ້າພະເຈົ້າຈະຢຶດໝັ້ນການຊີ້ນຳນຳພາໂດຍທິດສະດີສັງຄົມນິຍົມຕາມສີສັນພິເສດຈີນ ໃນຍຸກສະໄໝໃໝ່ຂອງສີຈິ້ນຜິງ ຈັດຕັ້ງປະຕິບັດທັດສະນະຄວາມປອດໄພແຫ່ງຊາດໃຫ້ລົງເລິກ ຢຶດໝັ້ນ ແລະ ປັບປຸງລະບົບ ຈີນດຽວສອງລະບອບ ໃຫ້ສົມບຸນ ໃຫ້ການປ້ອງກັນສິດ ປົກຄອງຮອບດ້ານ ຕໍ່ເຂດປົກຄອງພິເສດຂອງສູນກາງສົມທົບກັບການປ້ອງກັນສິດປົກຄອງຕົວເອງຢ່າງສູງ ຂອງເຂດ ປົກຄອງພິເສດໃຫ້ດີ ເພີ່ມທະວີ ການປ້ອງກັນການສ້າງລະບຽບ ຄວາມປອດໄພແຫ່ງຊາດ ແລະ ວຽກງານປະຕິບັດ ກົດໝາຍ ປ້ອງກັນຜົນປະໂຫຍດ ພັດທະນາປອດໄພອະທິປະໄຕ ແຫ່ງຊາດຢ່າງເດັດຂາດ ປ້ອງກັນຄວາມໝັ້ນຄົງແລະຄວາມຈະເລີນຂອງຮົງກົງໃນໄລຍະຍາວ ແລະ ຮັບປະກັນຫຼັກການ ຈີນດຽວ ສອງລະບອບບໍ່ປ່ຽນ, ເຊິ່ງຮັບປະກັນພຶດຕິກຳການ ຈັດຕັ້ງປະຕິດບັດຈີນດຽວ ສອງລະບອບ ບໍ່ປ່ຽນຮູບ ບໍ່ປ່ຽນແບບ.

ອີງຕາມແນວຄິດດັ່ງກ່າວນີ້ ພວກຂ້າພະເຈົ້າຈະນຳໃຊ້ຮູບແບບທີ່ ການຕັດສິນຂໍ້ຕົກລົງ ບວກ ກັບການສ້າງນິຕິກຳ ແລະ ດຳເນີນຕາມສອງຂັ້ນຕອນ. ຂັ້ນຕອນທີ່ໜຶ່ງ ກອງປະຊຸມສະພາຜູ້ແທນປະ ຊາຊົນທົ່ວປະເທດຈະອີງຕາມລັດຖະທຳມະນູນ ແລະ ກົດໝາຍພື້ນຖານຂອງຮົງກົງ ຕັດສິນຂໍ້ຕົກ ລົງກ່ຽວກັບ ການສ້າງ ແລະ ປັດປຸງລະບຽບກົດໝາຍ ແລະ ກົນໄກປະຕິບັດ ກົດໝາຍຂອງ ເຂດປົກຄອງພິເສດຮົງກົງໃຫ້ ສົມບຸນ ແລະ ຮ່າງກົດລະບຽບພື້ນຖານໃຫ້ແກ່ບັນຫາທີ່ກ່ຽວຂ້ອງ. ໃນເວລາດຽວກັນ ມອບສິດໃຫ້ແກ່ຄະນະກຳມະການປະຈຳຂອງກອງປະຊຸມສະພາຜູ້ແທນປະຊາຊົນ ທົ່ວປະເທດເພື່ອສ້າງນິຕິກຳກ່ຽວກັບການສ້າງ ແລະ ປັບປຸງລະບຽບກົດໝາຍ ແລະ ກົນໄກປະ ຕິບັດກົດໝາຍຂອງເຂດປົກຄອງພິເສດຮົງກົງໃຫ້ສົມບຸນ. ຂັ້ນຕອນທີ່ສອງ ຄະນະກຳມະການປະ ຈຳຂອງກອງປະຊຸມສະພາຜູ້ແທນປະຊາຊົນທົ່ວປະເທດຈະອີງຕາມລັດຖະທຳມະນູນ ກົດໝາຍ ພື້ນຖານຂອງຮົງກົງ ແລະ ສິດທີ່ມອບໂດຍຂໍ້ຕົກລົງຂອງກອງປະຊຸມສະພາຜູ້ແທນປະຊາຊົນທົ່ວປະເທດ ແລະ ສົມທົບສະພາບຕົວຈິງຂອງເຂດປົກຄອງພິເສດຮົງກົງ ມາຮ່າງກົດໝາຍທີ່ກ່ຽວຂ້ອງ ແລະ ເອົາກົດຫມາຍ ນີ້ເຂົ້າໃນເອກະສານໝາຍເຫດເລກທີ່ສາມທີ່ຂັດຕິດນຳກົດ ໝາຍພື້ນຖານ ເພື່ອໃຫ້ຈັດຕັ້ງປະຕິດບັດໃນເຂດປົກຄອງພິເສດຮົງກົງ.

ຄໍາຖາມ: ທ່ານມີຄວາມເຫັນແນວໃດ ຕໍ່ ການຕີລາຄາຈາກປະຊາຄົມໂລກ ໂດຍສະເພາະແມ່ນການ ຕີລາຄາທາງລົບຈາກບາງປະເທດຕໍ່ມະຕິຕົກລົງຂອງຝ່າຍຈີນດັ່ງກ່າວ?

ຕອບ: ນັບຖືສິດອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນ ບໍ່ແຊກແຊງກິດຈະການພາຍໃນ ເຊິ່ງກັນ ແລະ ກັນ ແມ່ນຫຼັກການຂອງສາຍພົວພັນສາກົນທີ່ທຸກຝ່າຍກໍ່ເຫັນດີເຫັນພ້ອມ, ການສ້າງ ກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຂອງຮົງກົງ ແມ່ນກິດຈະການພາຍໃນຂອງ ຈີນປະເທດອື່ນໃດໆກໍ່ບໍ່ຄວນ ແລະ ບໍ່ມີສິດມາແຊກແຊງ. ພວກຂ້າພະເຈົ້າຍິນດີທີ່ໄດ້ເຫັນວ່າ ມີຫຼາຍປະເທດລວມເຖິງ ປະເທດລາວ ກໍ່ໄດ້ສະແດງ ຄວາມເຫັນຂອງຕົນທີ່ວ່າ ສະໜັບສະໜູນປະເທດຈີນ ໃນການຮັກສາສິດອະທິປະໄຕ ຄວາມເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຕົນ, ຍຶດໝັ້ນຫຼັກການປະເທດຈີນດຽວ, ເນັ້ນໜັກວ່າ ຮົງກົງເປັນເຂດບໍລິຫານພິເສດຂອງຈີນ ພາຍໃຕ້ຂອບ ປະເທດດຽວສອງລະບອບ, ພ້ອມທັງໄດ້ປະກອບຄວາມເຫັນວ່າ ມະຕິຕົກລົງຂອງ ຝ່າຍຈີນ ສອດຄ່ອງກັບສະພາບຄວາມຈິງແລະ ລະບຽບກົດໝາຍ ເປັນສິດອັນຊອບທໍາໃນການ ຮັກສາຄວາມໝັ້ນຄົງແລະຜົນປະໂຫຍດຂອງຊາດ. ຄວາມເຫັນດັ່ງກ່າວໄດ້ສະແດງ ໃຫ້ເຫັນເຖິງ ຫຼັກໝັ້ນທ່ຽງທໍາຂອງປະເທດ ສ່ວນຫຼາຍຕາງໜ້າກໍາລັງຍຸດ ຕິທໍາທີ່ເປັນສາຍຫຼັກໃນໂລກ. ພວກຂ້າ ພະເຈົ້າຂໍສະແດງ ຄວາມຊົມເຊີຍຢ່າງຈິງໃຈ.

ຂ້າພະເຈົ້າຕ້ອງເນັ້ນໜັກອີກວ່າ ຮົງກົງເປັນຮົງກົງຂອງປະເທດ ຈີນ ການສ້າງກົດໝາຍວ່າດ້ວຍ ການຮັກສາຄວາມໝັ້ນຄົງແຫ່ງຊາດຂອງຮົງກົງເປັນກິດຈະການພາຍໃນຂອງຈີນ. ລັດຖະບານ ຈີນ ມີຄວາມຕັດສິນໃຈຢ່າງເດັດດ່ຽວໃນການປ້ອງກັນສິດອະທິປະໄຕ ຄວາມໝັ້ນຄົງ ແລະ ຜົນປະ ໂຫຍດການພັດທະນາຂອງຊາດ, ມີຄວາມຕັດສິນໃຈຢ່າງເດັດດ່ຽວໃນການປະຕິບັດເຂັມທິດ ປະ ເທດດຽວສອງລະບອບ, ມີຄວາມຕັດສິນໃຈຢ່າງເດັດດ່ຽວໃນການຄັດຄ້ານອິດທິກໍາລັງພາຍ ນອກ ໃດໆທີ່ມາແຊກແຊງກິດຈະການຂອງຮົງກົງ. ເຈດຈໍານົງທີ່ຢາກແຊກແຊງກິດຈະການຂອງຮົງກົງ ແລະ ກົດໜ່ວງການພັດທະນາຂອງຈີນ ແນ່ນອນຈະປະລາໄຊຢ່າງ ຮາບຄາບ.

ຄໍາຖາມ: ລັດຖະບານສູນກາງຈີນຊຸກຍູ້ການສ້າງກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຂອງຮົງກົງ ຈະມີຜົນສະທ້ອນແນວໃດ ຕໍ່ການພັດທະນາຂອງຮົງກົງ?

ຕອບ: ການຮັກສາຄວາມໝັ້ນຄົງຂອງ ຊາດ ມີສາຍພົວພັນທີ່ແໜ້ນແຟ້ນກັບສິດຜົນປະໂຫຍດ ຂອງປະຊາຊົນຮົງກົງ, ຮັບປະກັນຄວາມໝັ້ນຄົງຂອງຊາດ ເປັນພື້ນຖານຂອງຄວາມຈະ ເລີນຮຸ່ງ ເຮືອງຂອງຮົງກົງແລະຄວາມກິນດີຢູ່ດີຂອງປະຊາຊົນຮົງກົງ. ການປ່ຽນແປງຂອງສະພາບການ ຈາກເຫດການປັບປຸງລະບຽບໃນປີກາຍມາຮອດປັດຈຸບັນນີ້ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ເຫດ ການກໍ່ການຮ້າຍຈາກອິດທິກໍາລັງປໍລະປັກທັງພາຍໃນ ແລະ ພາຍນອກ ໄດ້ຮຸນແຮງຂຶ້ນຢ່າງ ຕໍ່ ເນື່ອງ, ເຊິ່ງບໍ່ພຽງແຕ່ໄດ້ທໍາລາຍຄວາມໝັ້ນຄົງຂອງຊາດເທົ່ານັ້ນ ແຕ່ຍັງໄດ້ທໍາລາຍສະພາບການ ທີ່ຈໍາເປັນຂອງການພັດທະນາຮົງກົງ ທໍາລາຍສິດຜົນປະໂຫຍດຂອງປະຊາຊົນຮົງກົງອີກດ້ວຍ. ການ ສ້າງ ແລະ ປັບປຸງລະບຽບກົດໝາຍ ແລະ ກົນໄກປະຕິບັດກົດໝາຍຂອງເຂດປົກຄົງພິເສດຮົງກົງ ໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ໃນລະດັບຊາດ ແມ່ນແນໃສ່ກຸ່ມຫົວຮຸນແຮງ ຮົງ ກົງ ເອກະລາດ ທີ່ມີຈໍານວນສ່ວນໜ້ອຍ. ເປົ້າໝາຍຂອງການຄວບຄຸມ ຢຸດຕິ ແລະລົງໂທດຜູ້ຜິດ ລະບຽບກົດໝາຍທີ່ໄດ້ທໍາຮ້າຍຄວາມໝັ້ນຄົງຂອງຊາດ ແມ່ນເພື່ອປ້ອງກັນຄວາມປອດໄພທັງຊີວິດ ແລະ ຊັບສິນຂອງປະຊາຊົນຮົງກົງ ທີ່ມີຈໍານວນສ່ວນຫຼາຍ ປ້ອງກັນສິດແລະເສລີພາບອັນ ພື້ນຖານປ້ອງກັນຄວາມສະຫງົບໝັ້ນທ່ຽງແລະຈະເລີນຮຸ່ງເຮືອງຂອງຮົງກົງ.

ຍ້ອນວ່າ ປະຊາຊົນຮົງກົງໄດ້ເຫັນເຖິງເປົ້າໝາຍດັ່ງກ່າວ ແລະ ກໍ່ໄດ້ຮູ້ສຶກວ່າ ການສ້າງກົດໝາຍ ວ່າດ້ວຍ ການຮັກສາຄວາມໝັ້ນຄົງແຫ່ງຊາດຂອງຮົງກົງຈະເສີມສ້າງເງື່ອນໄຂທີ່ດີກວ່າເກົ່າໃຫ້ ແກ່ການສຶກສາ ເຮືອນຢູ່ ການປະກອບອາຊີບແລະການດໍາລົງຊີວິດຂອງປະຊາຊົນຮົງກົງ, ສະນັ້ນ ຫຼັງຈາກກິດຈະກໍາລົງລາຍເຊັນສະໜັບສະໜູນສ້າງກົດໝາຍນີ້ ເລີ່ມຂຶ້ນພຽງແຕ່ສາມມື້ ກໍ່ໄດ້ມີປະຊາຊົນຮົງກົງຈໍານວນ 1,1 ລ້ານຄົນ ໄປລົງລາຍເຊັນຢູ່ພາກສະໜາມຫຼື ຜ່ານອິນເຕີເນັດແລ້ວ, ເຊິ່ງໄດ້ສະແດງໃຫ້ເຫັນວ່າ ການສ້າງກົດໝາຍນີ້ເປັນຄວາມຫວັງຂອງປະຊາຊົນທັງປວງ. ຄຽງຄູ່ ກັນກັບການຊຸກຍູ້ຂັ້ນຕອນສ້າງກົດໝາຍ ຮົງກົງຈະມີລະບົບກົດໝາຍທີ່ຄົບຖ້ວນກວ່າເກົ່າ ລະ ບຽບສັງຄົມທີ່ໝັ້ນຄົງກວ່າເກົ່າ ສະພາບປະຕິບັດກົດໝາຍແລະດໍາເນີນທຸລະກິດທີ່ດີກວ່າເກົ່າ, ເຊິ່ງຈະຊ່ວຍຮັກສາເຂັມທິດພື້ນ ຖານ ປະເທດດຽວສອງລະບອບ ຊ່ວຍຮັກສາຖານະທີ່ເປັນຈຸດໃຈກາງ ທາງດ້ານການຄ້າ ການທະນາຄານ ແລະ ການເດີນເຮືອຂອງຮົງກົງ. ປະຊາຊົນກໍ່ຄ່ອງຄອຍໄດ້ວ່າ ຮົງກົງແນ່ນອນຈະມີອະນາ ຄົດທີ່ສົດໃສຕື່ມອີກ.

Related Articles

Leave a Reply