ກຽມກໍ່ສ້າງອານຸສາວະລີນັກບິນທະຫານຂອງອະດີດສະຫະພາບໂຊວຽດ ຢູ່ລາວ

ກຽມກໍ່ສ້າງອານຸສາວະລີນັກບິນທະຫານຂອງອະດີດສະຫະພາບໂຊວຽດ ຢູ່ລາວ

ກົມໃຫຍ່ການເມືອງກອງທັບປະຊາຊົນລາວກຽມກໍ່ສ້າງອານຸສາວະລີນັກບິນທະຫານຂອງອະດີດສະຫະພາບໂຊວຽດ(ຣັດເຊຍໃນປະຈຸບັນ) ທີ່ໄດ້ເສຍຊີວິດໃນການປະຕິບັດພັນທະສາກົນຢູ່ ສປປ ລາວ ຊຶ່ງອານຸສາວະລີດັ່ງກ່າວຈະຕັ້ງຢູ່ນະຄອນຫລວງວຽງຈັນ ແລະ ແຂວງຊຽງຂວາງ.

ພິທີເຊັນສັນຍາການກໍ່ສ້າງໂຄງການດັ່ງກ່າວໄດ້ຈັດຂື້ນເມື່ອບໍ່ດົນມານີ້ ທີ່ ກະ ຊວງປ້ອງກັນປະເທດ ເຊີ່ງຕາງໜ້າກົມໃຫຍ່ ການເມືອງກອງທັບຮ່ວມລົງນາມ ໂດຍ ທ່ານ ພົນຕີ ສອນທອງ ພົມລາວົງ ກໍາມະການ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວ ໜ້າກົມໃຫຍ່ການເມືອງກອງທັບ ແລະ ຕາງໜ້າຜູ້ຮັບເໝົາກໍ່ສ້າງໂດຍ ທ່ານ ສົມພັດ ສຸພັດທອນ ປະທານບໍລິສັດສຸພັດທອນ ທີ່ປຶກ ສາ ແລະ ບໍລິການຄົບວົງຈອນ SCS.

ການກໍ່ສ້າງໂຄງການດັ່ງກ່າວຈະໃຊ້ເວລາ 5 ເດືອນ ນັບແຕ່ມື້ເຊັນສັນຍາເປັນຕົ້ນໄປ, ລວມມູນຄ່າໃນການກໍ່ສ້າງທັງໝົດ 7 ຕື້ກວ່າກີບ, ເຊິ່ງເປັນງົບປະມານຂອງກະຊວງປ້ອງກັນປະເທດ. ການສ້າງອານຸສາວະລີນີ້ມີຈຸດປະສົງເພື່ອເປັນຂອງຂັວນໃນມື້ສະເຫຼີມສະຫຼອງສາຍພົວພັນການທູດ ລາວ- ຣັດເຊຍ ຄົບຮອບ 70 ປີ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply