ທ່ານນາງ ອາລຸນນີ ແລະ ທ່ານ ນາງ ລີນາ ມອບເຄື່ອງຊ່ວຍເຫລືອໃຫ້ອ້າຍນ້ອງທະຫານທີ່ປົກປັກຮັກສາຄວາມສະຫງົບຢູ່ ແຂວງໄຊສົມບູນ

ທ່ານນາງ ອາລຸນນີ ແລະ ທ່ານ ນາງ ລີນາ ມອບເຄື່ອງຊ່ວຍເຫລືອໃຫ້ອ້າຍນ້ອງທະຫານທີ່ປົກປັກຮັກສາຄວາມສະຫງົບຢູ່ ແຂວງໄຊສົມບູນ

ທ່ານ ນາງ ອາລຸນນີ ກົມມະສິດ ພັນລະຍາຂອງ ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດເເຫ່ງ ສປປ ລາວ, ພ້ອມທັງເປັນປະທານກິດຕິມະສັກ ສະຫະພັນເເມ່ຍິງກະຊວງການຕ່າງປະເທດ ແລະ ປະທານກິດຕິມະສັກ ກຸ່ມແມ່ຍິງອາຊຽນ ແລະ ທ່ານ ນາງ ລີນາ ວໍລະຈິດ ພັນລະຍາ ທ່ານ ຫົວໜ້າບໍລິສັດ ເອັສວີກຼູບ ຈຳກັດ ໄດ້ນຳເອົາເຄື່ອງ ອຸປະໂພກ-ບໍລິໂພກ ມາມອບໃຫ້ກອງພັນໃຫຍ່101 ທີ່ຂື້ນກັບ ກອງພົນທະຫານຮາບທີ 1ເພື່ອກະຕຸກຊຸກຍູ້ ເປັນກຳລັງໃຈ ໃຫ້ເເກ່ພະນັກງານ – ນັກຮົບຜູ້ທີ່ກຳລັງປະຕິບັດໜ້າທີ່ໃນການປົກປັກຮັກສາປະເທດຊາດໂດຍສະເພາະກໍ່ຄືການເຮັດສຳເລັດໜ້າທີ່ປົກປັກຮັກສາ ຂອບເຂດ ແຂວງໄຊສົມບູນ ໃຫ້ມີຄວາມສະຫງົບປອດໄພ ໂດຍພື້ນຖານ.

ເຄື່ອງທີ່ນຳມາມອບ ໃນຄັ້ງນີ້ ປະກອບມີ: ເສື້ອກັນໜາວຈໍານວນ 275 ຜືນ ແລະ ຊີ້ນເເຫ້ງຈຳນວນ 138 ກິໂລກຣາມ.

ພິທີມອບ-ຮັບໄດ້ຈັດຂື້ນໃນບໍ່ດົນມານີ້ ທີ່ກອງພັນໃຫຍ່101 ກ່າວຮັບໂດຍ ສະຫາຍ ພັນໂທ ບຸນຂູ້ມ ສີຄຳໄຊ, ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່101 ພ້ອມດ້ວຍຄະນະ.

ຂ່າວ-ພາບ: ອົ້ນ ລໍພະຈັນ

Related Articles

Leave a Reply