ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ຢືນຢັນວ່າ, ສປ ຈີນ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມື ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນ ການຕ້ານກັບພະຍາດໂຄວິດ-19.
ອີງຕາມການລາຍງານຈາກສໍານັກຂ່າວຊິນຮົວ ໃຫ້ຮູ້ວ່າ, ຄໍາຢືນຢັນດັ່ງກ່າວແມ່ນໃນໂອກາດທີ່ ທ່ານ ສີ ຈິ້ນຜິງ ສົ່ງສານເຖິງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະ ຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໃນວັນທີ 15 ມີຖຸນາ 2020 ກ່ຽວກັບການ ຮ່ວມມືຈີນ-ລາວ ໃນການຕ້ານກັບພະຍາດໂຄວິດ-19.
ທ່ານ ສີ ຈິ້ນຜິງ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມໃນການຮ່ວມມືຂອງຈີນ ແລະ ລາວ ກໍ່ຄືປະ ຊາຄົມໂລກ ຈະສາມາດບັນລຸສູ່ໄຊຊະນະໄດ້ຢ່າງແນ່ນອນໃນການຕໍ່ສູ້ກັບ ການລະບາດ ຂອງພະຍາດ ໂຄວິດ-19 ແລະ ຮູ້ສຶກດີໃຈຫຼາຍທີ່ໄດ້ຮັບຈົດໝາຍທີ່ເຕັມໄປດ້ວຍຄວາມອົບອຸ່ນ ແລະ ໄມຕີຈິດມິດ ຕະພາບຈາກ ສະຫາຍເລຂາທິການໃຫຍ່ບຸນຍັງ ວໍລະຈິດ ພ້ອມທັງໄດ້ຮູ້ວ່າການຊ່ວຍ ເຫຼືອຂອງຈີນ ໃຫ້ແກ່ລາວ ໄດ້ມີບົດບາດສໍາຄັນໃນການຕ້ານກັບພະຍາດໂຄວິດ-19.
ພ້ອມດຽວກັນ, ທ່ານ ສີ ຈິ້ນຜິງ ໃນນາມຕາງໜ້າພັກ-ລັດ ແລະ ປະຊາຊົນຈີນ ກໍສະແດງຄວາມຊົມ ເຊີຍ ຢ່າງສຸດໃຈທີ່ ສປປ ລາວ ໄດ້ຮັບໄຊຊະນະເປັນກ້າວໆໃນວຽກງານປ້ອງກັນ ແລະ ຄວບຄຸມພະ ຍາດໂຄວິດ-19 ພາຍໃຕ້ການນຳພາທີ່ເຂັ້ມແຂງຂອງສູນກາງພັກປະຊາຊົນປະຕິວັດລາວທີ່ມີ ສະ ຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ເປັນແກນນຳ. ຂ້າພະເຈົ້າໃຫ້ຄວາມສຳຄັນຢ່າງສູງຕໍ່ການ ພົວພັນຂອງສອງພັກ, ສອງລັດຈີນ-ລາວ, ຍິນດີຮ່ວມກັບສະຫາຍ ຊຸກຍູ້ການຈັດຕັ້ງປະຕິບັດ ຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນຂອງສອງຝ່າຍ, ຊຸກຍູ້ການສ້າງຄູ່ຮ່ວມ ຊາຕາກຳ ຈີນ-ລາວໃຫ້ໜັກແໜ້ນ ເພື່ອສ້າງຜົນປະໂຫຍດໃຫ້ແກ່ສອງປະເທດ ແລະ ປະຊາຊົນສອງຊາດໃຫ້ ຫຼາຍກວ່າເກົ່າ.
ເມື່ອບໍ່ດົນມານີ້ ທ່ານ ບຸນຍັງ ວໍລະຈິດ ກໍ່ໄດ້ສົ່ງສານເຖິງ ທ່ານ ສີ ຈິ້ນຜິງ ເພື່ອສະແດງຄວາມຂອບ ໃຈ ຕໍ່ພັກ ແລະ ລັດ ຂອງ ສປ ຈີນ ທີ່ໄດ້ສົ່ງຄະນະຊ່ຽວຊານການແພດ ແລະ ອຸປະ ກອນການແພດ ມາ ຊ່ວຍເຫຼືອ ສປປ ລາວ ເພື່ອປ້ອງກັນ ແລະ ຄວບຄຸມການ ລະບາດຂອງພະ ຍາດໂຄວິດ-19. ການຊ່ວຍເຫຼືອຂອງຈີນສະແດງໃຫ້ເຫັນເຖິງມິດຕະພາບທີ່ສະໜິດສະໜົມ ແລະ ການພົວພັນ ແບບອ້າຍນ້ອງ, ມິດຕະພາບຂອງການຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ສອງພັກ, ສອງປະເທດ ແລະ ປະຊາຊົນ, ສະແດງໃຫ້ເຫັນເຖິງນໍ້າ ໃຈຂອງປະຊາຊົນສອງຊາດ ລາວ-ຈີນ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຄວບຄຸມການລະບາດຂອງໂຄວິດ-19 ແລະ ການປົກປ້ອງຊີວິດ, ສຸຂະພາບຂອງປະຊາຊົນ ຢ່າງມີປະສິດທິຜົນ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ

