ພາກສ່ວນລັດຖະບານ ແລະ ພາກສ່ວນສະພາແຫ່ງຊາດ ຈະມີການລາຍງານວຽກງານຕ່າງໆທີ່ສໍາຄັນທີ່ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ຈະໄດ້ຈັດຂຶ້ນ ໃນມື້ວັນພຸດ ວັນທີ 24 ເດືອນ ມິຖຸນາ ນີ້ ແລະ ຈະດໍາເນີນໄປເຖິງວັນພະຫັດ ວັນທີ 02 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ ນະຄອນຫລວງວຽງຈັນ ຊຶ່ງຈະໃຊ້ເວລາດໍາເນີນ ກອງປະຊຸມທັງໝົດ 7 ວັນ (ບໍ່ລວມວັນພັກລັດຖະການ).
ອີງຕາມການລາຍງານຂອງທ່ານ ນາງ ສວນສະຫວັນ ວິຍະເກດ, ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ, ທີ່ໄດ້ຖະແຫຼງຂ່າວ ກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນມື້ວານນີ້ ວັນທີ 17 ມິຖຸນາ 2020 ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະມີການຮັບຝັງ, ພິດຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ເດືອນຕົ້ນປີ, ຄາດຄະເນ 6 ເດືອນຕົ້ນປີ 2020 ແລະ ທິດທາງວຽກງານຈຸດ ສຸມ 6 ເດືອນທ້າຍປີ 2020 ຂອງລັດຖະບານ, ຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນພາຍໃນສະພາແຫ່ງຊາດ, ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2020 ຂອງຄະນະປະຈໍາສະພາແຫ່ງຊາດ, ບົດລາຍງານຜົນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການ ຄຸ້ມຄອງການສໍາຫຼວດ ແລະ ການຂຸດຄົ້ນ, ນອກນັ້ນຍັງຈະມີການພິຈາລະນາ ແລະ ຮັບຮອງເອົາການປັບປຸງກົດໝາຍ ຈໍານວນ 5 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍ ສະພາແຫ່ງຊາດ, ຮ່າງກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ, ຮ່າງກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ, ຮ່າງກົດໝາຍວ່າດ້ວຍ ພາສີ, ຮ່າງກົດໝາຍວ່າດ້ວຍ ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍ ການປົກປັກຮັກສາ ສິ່ງແວດລ້ອມ ແລະ ກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ.
ການຖະແຫຼງຂ່າວດັ່ງກ່າວກໍເພື່ອແຈ້ງໄປເຖິງບັນດາກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ ແລະ ກົງຈັກທີ່ຄະນະປະຈໍາສະພາແຫ່ງ ຊາດສ້າງຕັ້ງ ໄດ້ປະສານສົມທົບກັບລັດຖະບານ, ກະຊວງ ແລະອົງການ ໃນການກະກຽມເນື້ອໃນ ຂອງແຕ່ລະພາກສ່ວນທີ່ຈະນໍາສະເໜີຕໍ່ກອງປະຊຸມໃນຄັ້ງນີ້ ຊຶ່ງມາເຖິງປັດຈຸບັນນີ້ເຫັນວ່າຄົບຖ້ວນ ແລະ ສອດຄ່ອງກັບລະບຽບການ.
ຂ່າວ: ວຽງຈັນທາຍ

