ທະນາຄານແຫ່ງ ສປປ ລາວ ແຈ້ງໃຫ້ຮູ້ວ່າ: ການປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ (IFRS) ເປັນວຽກງານທີ່ສຳຄັນ ແລະ ຮີບດ່ວນ, ກົດໝາຍວ່າດ້ວຍການບັນຊີ ໄດ້ກໍານົດໃຫ້ວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະ (PIE) ຊຶ່ງລວມທັງທະນາຄານທຸລະກິດ ແລະ ບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ ຕ້ອງຖືບັນຊີຕາມ IFRS ເພື່ອຈັດຕັ້ງປະຕິບັດຕາມກົດໝາຍດັ່ງກ່າວ. ສະນັ້ນ ເພື່ອສືບຕໍ່ກະກຽມຄວາມພ້ອມຮອບດ້ານໃນການຈັດຕັ້ງປະຕິບັດ IFRS ຕ້ອງໄດ້ມີການປັບປຸງດ້ານນິຕິກຳທີ່ກ່ຽວຂ້ອງ, ດ້ານບຸກຄະລາກອນ ແລະ ດ້ານລະບົບໄອທີ ເພື່ອໃຫ້ມີຄວາມສອດຄ່ອງກັບ IFRS ຊຶ່ງໄດ້ເລີ້ມປະຕິບັດມາແຕ່ປີ 2013.
ກົມບັນຊີ ແລະ ການເງິນ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ IFRS ໃນຂະແໜງການທະນາຄານ ໃນຕອນເຊົ້າວັນຈັນທີ່ຜ່ານມາ ຢູ່ທີ່ ສະຖາບັນການທະນາຄານ ພາຍໃຕ້ການເປັນປະທານຂອງທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຄະນະພັກ ທຫລ, ຫົວໜ້າກົມບັນຊີ ແລະ ການເງິນ ພ້ອມທັງບັນດາຄະນະກົມ, ຄະນະສາຂາ ທຫລ, ຄະນະສະຖາບັນການທະນາຄານ, ຜູ້ອຳນວຍການທະນາຄານທຸລະກິດ, ສະພາວິຊາຊີບນັກບັນຊີແລະນັກກວດສອບລາວ (LCPAA), ບໍລິສັດກວດສອບພາຍນອກ ເອີນ ແອນຢັງລາວ ຈຳກັດ (E&Y) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຫົວໜ້າກົມບັນຊີ ແລະ ການເງິນ ໄດ້ເນັ້ນໃນກອງປະຊຸມໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ໃນໄລຍະຜ່ານມາເຫັນວ່າທະນາຄານທຸລະກິດໄດ້ເປັນເຈົ້າການຈັດຕັ້ງປະຕິບັດ ໂດຍໄດ້ມີການປັບປຸງນະໂຍບາຍບັນຊີຂອງຕົນເພື່ອໃຫ້ສອດຄ່ອງກັບ IFRS, ປັບປຸງດ້ານນິຕິກໍາທີ່ກ່ຽວຂ້ອງ, ພັດທະນາບຸກຄະລາກອນ ແລະ ດ້ານລະບົບໄອທີ ເພື່ອຮອງຮັບການຈັດຕັ້ງປະຕິບັດໄດ້ໂດຍພື້ນຖານ ແລະ ມີຄວາມຄືບໜ້າເທື່ອລະກ້າວ, ຈັດຕັ້ງປະຕິບັດຕາມການຜັນຂະຫຍາຍອອກເປັນບົດແນະນໍາການບັນທຶກບັນຊີ ແລະ ແຈ້ງການ ຕ່າງໆທີ່ກົມບັນຊີແລະການເງິນ ປະກາດນຳໃຊ້ໃນແຕ່ລະໄລຍະ ຊຶ່ງເຫັນວ່າມີຫຼາຍທະນາຄານກໍສາມາດຈັດຕັ້ງປະຕິບັດໄດ້ ແລະ ບາງທະນາຄານກໍ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ເຕັມສ່ວນ ເນື່ຶອງຈາກວ່າຄວາມເຂົ້າໃຈກ່ຽວກັບ IFRS ຍັງບໍ່ທັນເລິກເຊີ່ງເທົ່າທີ່ຄວນ, ການປັບປຸງລະບົບໄອທີຍັງມີຄວາມຊັກຊ້າ ເນື່ອງຈາກວ່າຕ້ອງໄດ້ນຳໃຊ້ງົບປະມານຈຳນວນຫຼາຍ ແລະ ອື່ນໆ. ສະນັ້ນ ເພື່ອສືບຕໍ່ກະກຽມຄວາມພ້ອມຮອບດ້ານໃນການຈັດຕັ້ງປະຕິບັດ IFRS ຕ້ອງໄດ້ມີການປັບປຸງດ້ານນິຕິກຳທີ່ກ່ຽວຂ້ອງ, ດ້ານບຸກຄະລາກອນ ແລະ ດ້ານລະບົບໄອທີ ເພື່ອໃຫ້ມີຄວາມສອດຄ່ອງກັບ IFRS.
ໃນກອງອງປະຊຸມໃນຄັ້ງນີ້, ຍັງ ໄດ້ຮັບຟັງການລາຍງານຜົນການສະຫຼຸບການຈັດຕັ້ງປະຕິບັດ IFRS ໃນໄລຍະຜ່ານມາ, ມາດຕະຖານສາກົນດ້ານການລາຍງານການເງິນ IAS 12 ອາກອນລາຍໄດ້ ແລະ IFRS 16 ສັນຍາເຊົ່າ ສະເໜີໂດຍວິທະຍາກອນຈາກກົມບັນຊີ ແລະ ການເງິນ ທຫລ, ການຄຸ້ມຄອງຄວາມໝັ້ນຄົງ ທີ່ຕິດພັນກັບການຈັດຕັ້ງປະຕິບັດມາດຕະຖານສາກົນ IFRS ທີ່ກົມຄຸ້ມຄອງທະນາຄານທຸລະກິດ ທຫລ ມີຄຳເຫັນ; ສິ່ງທ້າທາຍ ແລະ ການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດ IFRS 9 ທີ່ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບລາວ (LCPAA) ໄດ້ນຳສະເໜີ, ຂໍ້ສະດວກ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບາງຄໍາເຫັນຕໍ່ຜູ້ຄຸ້ມຄອງ ແລະ ຜູ້ຈັດຕັ້ງປະຕິບັດ IFRS ທີ່ສະເໜີ ໂດຍບໍລິສັັັດ ເອີນແອນຢັງລາວ ຈໍາກັດ.
ຂ່າວ-ພາບ: ຣັດສະໝີ ດວງສັດຈະ

